• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 81 ຢູ່ ອາເມລິກາ ແລະ ຢ້ຽມຢາມທາງລັດຖະກິດ ການາດາ

ດ້ວຍບັນດາຄວາມພະຍາຍາມປະກອບສ່ວນເຂົ້າໃນພາລະກິດອັນສູງສົ່ງຂອງ ສະຫະປະຊາຊາດໃນຊຸມປີມໍ່ໆມານີ້, ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງລວມ ສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 81 ສືບຕໍ່ເປັນການຢືນຢັນບັນດາການປະກອບສ່ວນຂອງ ຫວຽດນາມ ຕໍ່ອົງການຈັດຕັ້ງຫຼາຍຝ່າຍທີ່ໃຫຍ່ທີ່ສຸດໃນໂລກ
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງເຂົ້າຮ່ວມ ວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 81. (ພາບ: VNA)  

ຕອ​ນ​ເຊົ້າວັນ​ທີ 20 ກັນຍາ, ທ່ານ ໂຕ​ເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ​ຫວຽດ​ນາມ ພ້ອມ​ກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນ​ທາງອອກຈາກ ຮ່າໂນ້ຍ ໄປເຂົ້າຮ່ວມວາ​ລະ​ປຶກ​ສາ​ຫາ​ລື​ລວມຂັ້ນສູງ ສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 81, ສົມ​ທົບ​ກັບ​ການ​ເຄື່ອນ​ໄຫວສອງຝ່າຍຢູ່ ອາເມລິກາ ແລະ ການຢ້ຽມຢາມ​ທາງ​ລັດ​ຖະ​ກິດ ການາດາ ຕາມຄຳເຊີນຂອງ ທ່ານນາງ Louise Arbou ຜູ້ສຳເລັດລາດຊະການແຫ່ງ ການາດາ, ແຕ່​ວັນ​ທີ 20 – 25 ກັນ​ຍາ.

ດ້ວຍ​ບັນ​ດາຄວາມພະຍາຍາມປະກອບສ່ວນເຂົ້າໃນພາລະກິດອັນສູງສົ່ງຂອງສະຫະປະຊາຊາດໃນຊຸມປີມໍ່ໆມານີ້, ເລື່ອງທ່ານເລຂາທິການໃຫຍ່, ​ປ​ະ​ທານ​ປະ​ເທດ ໂຕເລີມ ເຂົ້າ​ຮ່ວມ​ວາ​ລະ​ປຶກ​ສາ​ຫາ​ລືຂັ້ນສູງ​ລວມ​​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຊຸດທີ 81 ສືບ​ຕໍ່​ເປັນ​ການຢືນຢັນ​ບັນ​ດາການປະກອບສ່ວນຂອງ ຫວຽດນາມ ຕໍ່ອົງການຈັດຕັ້ງຫຼາຍຝ່າຍທີ່ໃຫຍ່ທີ່ສຸດໃນໂລກ, ສະແດງໃຫ້ເຫັນ​ຄວາມ​ເປັນ​ເຈົ້າ​ການ, ຕັ້ງໜ້າຂອງ ຫວຽດນາມ ໃນການແກ້ໄຂບັນ​ດາ​ບັນ​ຫາພາກພື້ນ ແລະ ທົ່ວໂລກ. ​ພ້ອມ​ກັນ​ນັ້ນ, ການຢ້ຽມຢາມເຮັດວຽກຢູ່ ອາເມລິກາ ຂອງ​ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ຈະສ້າງກຳ​ລັງ​ໜູນ​, ມາດຕະການລະ​ອຽດໃໝ່ຕື່ມອີກເພື່ອນຳ​ການພັດທະນາການພົວພັນຄູ່ຮ່ວມມືຍຸດ​ທະ​ສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແທ​້​ຈິງ, ມີປະສິດທິຜົນ.

ເມື່ອ​ແລກ​ປ່ຽນນັກຂ່າວ VOV, ທ່ານນາງ Pauline Tamesis ຜູ້ປະສານງານສະຫະປະຊາຊາດປະຈຳ ຫວຽດນາມ ໃຫ້ຮູ້ວ່າ ການໄປ​ປະ​ຕິ​ບັດ​ງານ​ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມ​ກັບ​ຄະນະຜູ້ແທນຂັ້ນສູງ ຫວຽດນາມ ທີ່ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 81 ບໍ່ພຽງແຕ່ມີຄວາມໝາຍຕໍ່ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ສປຊ ເທົ່ານັ້ນ, ຫາກຍັງ​ແມ່ນໂອກາດເພື່ອໃຫ້ ຫວຽດນາມ ນຳ​ບັນ​ດາທັດສະນະ, ​ບົດ​ຮຽນ ແລະ ຄວາມ​ຄາດຫວັງຂອງຕົນເຂົ້າ​ໃນການປຶກສາຫາລືລວມຂອງປະຊາຄົມສາກົນ​ອີກ​ດ້ວຍ. ທ່ານນາງເນັ້ນໜັກວ່າ ​ການພົວພັນລະຫວ່າງ ຫວຽດນາມ ແລະ ສປຊ ໄດ້ກາຍເປັນ “ການພົວພັນຄູ່ຮ່ວມມືສອງສົ້ນ”.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top