• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ປາແລັດສະຕິນ ເຂົ້າຢ້ຽມອຳລາ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແມ່ນຢຶດໝັ້ນການສະໜັບສະໜູນພາລະກິດຕໍ່ສູ້ຢ່າງຊອບທຳຂອງປະຊາຊົນ ປາແລັດສະຕິນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບທ່ານ Saadi Salama, ເອກອັກຄະລັດຖະທູດລັດ ປາແລັດສະຕິນ (ພາບ: TTXVN)

ວັນ​ທີ 25 ມິ​ຖຸ​ນາ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Saadi Salama, ເອກ​ອັກ​ຄະ​ລັດ​ຖະ​ທູດລັດ ປາ​ແລັດ​ສະ​ຕິນ ເຂົ້າ​ຢ້ຽ​ມ​ອຳ​ລາ ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ໜ້າ​ທີ່​ປະ​ຕິ​ບັດ​ງານຢ​ູ່ ຫວຽດ​ນາມ.

​ທີ່​ການ​ຕ້ອນ​ຮັບ, ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢືນ​ຢັນ​ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ແມ່ນ​ຢຶດ​ໝັ້ນ​​ການສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ຕໍ່​ສູ້​ຢ່າງ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ ແລະ ແບ່ງ​ເບົາ​ຕໍ່​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຄວາມ​​ສູນເສຍ​​ເຊິ່ງ​ປະ​ຊາ​ຊົນ ປາ​ແລັ​ດ​ສະ​ຕິນ ພວມ​ຜ່ານ​ຜ່າ​ພາຍ​ຫຼັງ​ເກີດ​ການ​ປະ​ທະ​ກັນ​ຢູ່​ເຂດ ກາ​ຊາ ເປັນ​ເວ​ລາ​ເກືອບ 3 ປີ. ທ່ານ​ເນັ້ນ​ໜັກ​ວ່າ ໃນ​ຄວາມ​ສາ​ມາດ​ຂອງ​ຕົນ ຫວຽດ​ນາມ ພ້​ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ, ໜູນ​ຊ່ວຍ​ລັດ ແລະ ປະ​ຊາ​ຊົນ ປ​າ​ແລັດ​ສະ​ຕິນ, ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ມາດ​ຕະ​ການ​ຍາວ​ນານ, ຍືນ​ຍົງ​ໃຫ້​ແກ່​ວິ​ວັດ​ທະ​ນ​າ​ການ​ສັນ​ຕິ​ພາບ​ຢູ່ ຕາ​ເວັນ​ອອກ​ກາງ ບົນ​ພື້ນ​ຖານ​ມາດ​ຕະ​ການ​ແກ້​ໄຂ 2 ລັດ.

ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ທູດ Saadi Salama ຢືນ​ຢັນ​ວ່າ ຈະ​ນຳ​ເອົາ “ເລື່ອງ​ລາວ ຫວຽດ​ນາມ” ເພື່ອ​ສ້າງ​ເປັນ​ແຫຼ່ງແຮງ​ໃຈ​ໃຫ້​ແກ່​ປະ​ເທດ​ຊາດ ແລະ ປະ​ຊາ​ຊົ​ນ ປາ​ແລັດ​ສະ​ຕິນ ໃນ​ພາ​ລະ​ກິດ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ຊົນ​ຊາດ ແລະ ການ​ພັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ​ຢືນ​ຢັນ​ວ່າ ເຖິງວ່າ​ຈະ​ດຳ​ລົງ​ຕຳ​ແໜ່​ງ​ໃດ​ກໍ່​ຕາມ ທ່​ານຈະ​ສືບ​ຕໍ່​ຕິດ​ຕາມ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເປີດ​ກວ້າງ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ​ກັບ ປາ​ແລັດ​ສະ​ຕິນ ແລະ ​ບັນ​ດາ​ປະ​ເທດ ອ​າ​ຣັບ.

(ແຫຼ່ງຄັດຈາກ VOV)

ສູ້ຊົນບັນລຸເປົ້າໝາຍທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ໄດ້ 7.000 ອັດຖິ

ສູ້ຊົນບັນລຸເປົ້າໝາຍທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ໄດ້ 7.000 ອັດຖິ

ມາຮອດປະຈຸບັນ, ສາມາດທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 1.255 ອັດຖິ ແລະ 03 ເຂດຂຸມຝັງສົບລວມ.

Top