• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບບໍລິສັດ, ວິສາຫະກິດຈຳນວໜຶ່ງຢູ່ ຟີລິບປິນ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ຟີລິບປິນ, ຕອນບ່າຍວັນທີ 31 ພຶດສະພາ, ຢູ່ນະຄອນຫຼວງ ມານີລາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບບໍລິສັດ, ວິສາຫະກິດຈຳນວໜຶ່ງຢູ່ ຟີລິບປິນ.
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບບໍລິສັດ, ວິສາຫະກິດຈຳນວໜຶ່ງຢູ່ ຟີລິບປິນ (ພາບ: TTXVN)  

ທີ່​ການ​ຕ້ອນ​ຮັບປະ​ທານ​ທະ​ນາ​ຄານ​ພັດ​ທະ​ນາ ອາ​ຊີ (ADB), ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ປາດ​ຖະ​ໜາ​ວ່າ ADB ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ເພີ່ມ​ທະ​ວີ​ຄວາມ​ທົນ​ທານ​ຕໍ່​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ.

ທີ່​ການ​ຕ້ອນ​ຮັບ​ການ​ນຳ​ກຸ່ມ​ບໍ​ລິ​ສັດ Aboitiz Foods, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ສົ່ງ​ເສີມ​ບັນ​ດາ​ບໍ​ລິ​ສັດ​ຜັນ​ຂະ​ຫຍາຍ​ຮູບ​ແບບ​ການ​ຮ່ວມ​ມື​ຊຸກ​ຍູ້​ກະ​ສິ​ກຳ​ສີ​ຂຽວ, ອັດ​ສະ​ລິ​ຍະ, ລ​ະ​ບົບ​ມູນ​ຄ່າ​ທັນ​ຍາ​ຫານ​ແບບ​ຍືນ​ຍົງ ແລະ ຮັບ​ປະ​ກັ​ນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຢູ່​ພາກ​ພື້ນ ອາ​ຊຽນ.

ທີ່​ການ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ພາກ​ພື້ນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຕາ​ເວັນ​ຕົກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ປາດ​ຖະ​ໜາ​ວ່າ WHO ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ສ້າງ​ນະ​ໂຍ​ບາຍ ແລະ ຈັດ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ໃຫ້​ສອດ​ຄ່ອງ​ກັບ​ສະ​ພາບ​ການ​ໃໝ່, ໂດຍ​ສະ​ເພາະ​ແມ່ນ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາ​ດ​ຮັບ​ມື​ກັບ​ສະ​ພາບ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ສຸກ​ເສີນ​ໃນ​ອະ​ນາ​ຄົດ.

(ແຫຼ່ງຄັດຈາກ VOV)

ຂີດໝາຍ ຫວຽດນາມ ທີ່ການສົນທະນາ Shangri-la

ຂີດໝາຍ ຫວຽດນາມ ທີ່ການສົນທະນາ Shangri-la

ບົດຄຳເຫັນນຳສະເໜີຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ທີ່ການສົນທະນາຄັ້ງທີ 23 ຈັດຂຶ້ນຢູ່ ສິງກະໂປ ໄດ້ສ້າງຄວາມສົນໃຈ, ສ້າງຂີດໝາຍຢ່າງແຮງໃນວົງການນັກຄົ້ນຄວ້າສາກົນໂດຍໄວ.

Top