• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູ້ຈ້ອງ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ແຂວງ ອຽນບ໋າຍ

ວັນທີ 10 ກຸມພາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູ້ຈ້ອງໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ອົງຄະນະພັກ ແລະ ອຳນາດການປົກຄອງແຂວງ ອຽນບ໋າຍ.

(ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູ້ຈ້ອງ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ແຂວງ ອຽນບ໋າຍ)

ໂດຍສະແດງຄວາມປະທັບໃຈຕໍ່ການພັດທະນາຂອງແຂວງອຽນບ໋າຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູ້ຈ້ອງໄດ້ແບ່ງປັນວ່າ ກ່ອນໜ້ານີ້ ຕົນເອງໄດ້ມີຫຼາຍໂອກາດໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອຽນບ໋າຍ, ເຫັນໄດ້ເຖິງຄວາມຫຍຸ້ງຍາກ, ລຳບາກຫຼາຍຢ່າງຂອງປະຊາຊົນຢູ່ທີ່ນີ້. ປັດຈຸບັນ, ໂສມໜ້າຂອງເຂດຕົວເມືອງ ແລະຊົນນະບົດໄດ້ມີການປ່ຽນແປງຢ່າງຈະແຈ້ງ. ນອກຈາກນີ້ ທ່ານຍັງສະແດງຄວາມເຊື່ອໝັ້ນວ່າ ບົນພື້ນຖານທີ່ພວມມີຢູ່ແລ້ວ, ພ້ອມກັບການໜູນຊ່ວຍຂອງສູນກາງ, ແຂວງອຽນບ໋າຍຈະມີບາດກ້າວພັດທະນາຢ່າງແຮງກວ່າອີກໃນເວລາຈະມາເຖິງ.

        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູ້ອ້ອງ ກໍໄດ້ລົງຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ ຢູ່ທ້ອງຖິ່ນດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ກ່ຽວກັບນ້ຳມັນອາຍແກັດ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ກ່ຽວກັບນ້ຳມັນອາຍແກັດ

ທ່ານ Alexander Novak, ຮອງນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ ຈະມານະພະຍາຍາມເພື່ອພ້ອມກັບບັນດາອົງການທີ່ກ່ຽວຂ້ອງ ສືບຕໍ່ຊຸກຍູ້ການຮ່ວມມືດ້ານນ້ຳມັນອາຍແກັດ, ພະລັງງານ, ປະກອບສ່ວນຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ.

Top