• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມອະນຸກຳມະການບຸກຄະລະກອນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ

      ວັນທີ 23 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າອະນຸກຳມະການເປັນປະທານກອງປະຊຸມບຸກຄະລະກອນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກໂດຍມີການເຂົ້າຮ່ວມຂອງບັນດາກຳມະການກົມການເມືອງ, ຄະນະເລຂາທິການພັກ.

ທ່ານ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ ກອງປະຊຸມອະນຸກຳມະການບຸກຄະລະກອນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ (ພາບ: TTXVN)
      ທີ່ກອງປະຊຸມ, ທ່ານ ຫງວຽນຝູຈ້ອງ ເນັ້ນໜັ້ກວ່າ: ສອງເນື້ອໃນສຳຄັນທີ່ສຸດຂອງກອງປະຊຸມໃຫຍ່ຂອງພັກໃນແຕ່ລະສະໄໝ ແມ່ນການປຶກສາຫາລື, ຕັດສິນໃຈຕໍ່ແນວທາງ, ໜ້າທີ່ການເມືອງຂອງພັກ ແລະ ເລືອກຕັ້ງບັນດາອົງການການນຳຂອງພັກ. ສອງເນື້ອໃນດັ່ງກ່າວມີການພົວພັນກັນຢ່າງສະໜິດແໜ້ນ, ຕ້ອງກະກຽມທັງສອງເນື້ອໃນດັ່ງກ່າວໃຫ້ເປັນຢ່າງດີ, ແຕ່ພິເສດການກະກຽມບຸກຄະລະກອນໃຫ້ແກ່ກອງປະຊຸມໃຫຍ່ມີທີ່ຕັ້ງ ແລະ ຄວາມໝາຍສຳຄັນທີ່ສຸດ, ເປັນປັດໄຈຮັບປະກັນຄວາມສຳເລັດຂອງກອງປະຊຸມໃຫຍ່ ແລະ ຜັນຂະຫຍາຍການປະຕິບັດມະຕິຂອງກອງປະຊຸມ. ທ່ານ ຫງວຽນຝູຈ້ອງ ໄດ້ສະເໜີໃຫ້ບັນດາສະມາຊິກໃນອະນຸກຳມະການສະຫຼະເວລາ, ປະກອບເຫື່ອແຮງໃຫ້ຫຼາຍກ່ວາອີກ, ມີຄວາມສຸດອົກສຸດໃຈກັບວຽກງານ, ບັນດາສະມາຊິກໃນໜ່ວຍຊ່ວຍວຽກແມ່ນບັນດາພະນັກງານທີ່ມີຄວາມໄວ້ເນື້ອເຊື່ອໃຈແລະ ໄດ້ຮັບການຄັດເລືອກນັ້ນ ຕ້ອງກຳແໜ້ນ ແລະ ປະຕິບັດຕາມຂໍ້ກຳນົດ, ກົດລະບຽບຂອງພັກ, ພາລະບົດບາດ, ໜ້າທີ່, ສິດອຳນາດ, ຫຼັກການ, ລະບອບ ແລະ ວິທີການເຮັດວຽກຢ່າງເຂັ້ມງວດ.
 (ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top