• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ແລະປະທານປະອວຍພອນອາຍຸຍືນອະດີດເລຂາທິການໃຫຍ່ໂດເມື່ອຍ

ຕອນບ່າຍວັນທີ 2 ກຸມພາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ມາຢ້ຽມຢາມແລະ ອວຍພອນອາຍຸຍືນທ່ານ ໂດເມື່ອຍ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກທີ່ເຮືອນສ່ວນຕົວຂອງເພິ່ນ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ອວຍພອນອາຍຸຍືນອະດີດເລຂາທິການໃຫຍ່ໂດເມື່ອຍ  (ພາບ: TTXVN)
 

      ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ອວຍພອນທ່ານ ອະດີດເລຂາທິການໃຫຍ່ ໂດເມື່ອຍ ຈົ່ງມີພະລານາໄມສົມບຸນ, ມີອາຍຸຍືນ; ພ້ອມທັງແຈ້ງບາງຈຸດກ່ຽວກັບສະພາບການຂອງປະເທດຊາດ ແລະ ບັນດາວຽກງານເຊິ່ງພັກ, ລັດ ພວມຊີ້ນຳຜັນຂະຫຍາຍ, ຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຢ່າງມີໄຊ, ນຳປະເທດຊາດສືບຕໍ່ພັດທະນາຢ່າງແຮງ ແລະ ໝັ້ນຄົງ, ເຊື່ອມໂຍງເຂົ້າກັບສາກົນສຳເລັດຜົນ, ປະຕິບັດທິດນຳ ສາມັກຄີ - ສະຖຽນລະພາບ - ພັດທະນາ.

ແລະ ກໍ່ໃນຕອນບ່າຍວັນທີ 2 ກຸມພາ, ທ່ານ ປະທານປະເທດ ເຈິ່ນດ້າຍກວາງ ກໍ່ໄດ້ຢ້ຽມຢາມ, ອວຍພອນປີໃໝ່, ອວຍພອນອາຍຸຍືນອະດີດເລຂາທິການໃຫຍ່ ໂດເມື່ອຍ.

      ທ່ານ ປະທານປະເທດ ເຈິ່ນດ້າຍກວາງ ຢືນຢັນຈະສືບທອດ, ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງພັກ, ຂອງຊາດ, ນຳ້ໃຈສາມັກຄີເປັນເອກະພາບ, ມານະພະຍາມຈົນສຸດຄວາມສາມາດຂອງຕົນເພື່ອປະຕິບັດສຳເລັດໜ້າທີ່; ພ້ອມທັງເຊື່ອໝັ້ນວ່າປະເທດຊາດຈະໝູນໃຊ້ກາລະໂອກາດຢ່າງສຸດຂີດ, ຜ່ານຜ່າການທ້າທາຍ, ຄວາມຫຍຸ້ງຍາກເພື່ອປະຕິບັດບັນດາຄາດໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ເຊິ່ງໄດ້ວາງອອກໃນປີ 2018 ແລະ ໃນຊຸມປີຕໍ່ໄປຢ່າງມີໄຊ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top