• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເປັນເຈົ້າພາບພິທີຕ້ອນຮັບແລະເຈລະຈາກັບທ່ານເລຂາທິການໃຫຍ່,ປະທານປະເທດຈີນສີຈິ້ນ

      ໂດຍໄດ້ຮັບຄຳເຊີນຂອງທ່ານຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ສີຈິ້ນຜິງ ໄດ້ເດີນທາງມາຮອດ ນະຄອນຫລວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 12-13 ພະຈິກປີ 2017.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ  ສີຈິ້ນຜິງ 
ພາບ:vietnam+
      ຕອນບ່າຍວັນທີ 12 ພະຈິກ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ຖືກຈັດຂຶ້ນຢ່າງສົມກຽດຢູ່ສຳນັກງານສູນກາງພັກ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ມາຢ້ຽມຢາມຫວຽດນາມເປັນຄັ້ງທຳອິດພາຍຫລັງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ ແລະ ເຂົ້າຮ່ວມກອງປະຊຸມການນຳບັນດາພື້ນຖານເສດຖະກິດສະມາຊິກ APEC ຢູ່ ດ່ານັ້ງ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງສັບປະດາຂັ້ນສູງ APEC ແລະ ປີ APEC ຫວຽດນາມປີ 2017. ຕາມທ່ານເລຂາທິການໃຫຍ່ແລ້ວ, ການຢ້ຽມຢາມຢັ້ງຢືນການຖືເປັນສຳຄັນຂອງພັກ, ລັດ ຈີນ ໃນການປັບປຸງ, ຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະຈີນ, ເປັນຂີດໝາຍສຳຄັນ, ເປີດໄລຍະພັດທະນາໃຫມ່ໃນການພົວພັນລະຫວ່າງສອງປະເທດ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ເຂົ້າສູ່ລວງເລິກ, ເພື່ອຜົນປະໂຫຍດ ແລະ ການພັດທະນາຂອງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top