• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມພະມະຫາອາຈານ Tep Vong ແລະ ພະມະຫາອາຈານ Bukri ຂອງກຳປູເຈຍ

      ໂດຍສືບຕໍ່ການຢ້ຽມຢາມທາງລັດຖະກິດເຖິງລາຊະອານາຈັກກຳປູເຈຍ, ຕອນເຊົ້າວັນທີ 21 ກໍລະກົດ, ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຟຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມພະມະຫາອາຈານ Tep Vong ຢູ່ວັດ Unalom ແລະ ພະມະຫາອາຈານ Bukri ຢູ່ວັດ Svay Pope, ນະຄອນຫຼວງພະນົມເປັນ.

ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຟຸຈ້ອງ ແລະ ພະມະຫາອາຈານ Bukri
(ພາບ: TTXVN)
      ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໃຫ້ຮູ້ວ່າ, ຢູ່ຫວຽດນາມ ສາສະໜາພຸດໄດ້ພັດທະນາຢ່າງແຮງ ແລະ ມີການປະກອບສ່ວນສຳຄັນຫຼາຍຢ່າງເຂົ້າໃນການພັດທະນາຂອງປະເທດຊາດ; ຫວັງວ່າສາສະໜາພຸດກຳປູເຈຍ ແລະ ສາສະໜາພຸດຫວຽດນາມ ມີການພົວພັນທີ່ນັບມື້ນັບສະໜິດແໜ້ນ, ເພີ່ມທະວີການພົວພັນແລກປ່ຽນ, ຮ່ຳຮຽນເຊິ່ງກັນ ແລະ ກັນ, ປະກອບສ່ວນເຂົ້າໃຈການພັດທະນາລວມຂອງ 2 ປະເທດ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top