
(ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບາດິ່ງ)
ວັນທີ 15 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ໄດ້ພ້ອມກັບບັນດາສະມາຊິກສະພາແຫ່ງຊາດ ຫົວໜ່ວຍເລືອກຕັ້ງເລກ 1, ນະຄອນຮ່າໂນ້ຍ, ພົບປະກັບຜູ້ມີສິດເລືອກຕັ້ງບັນດາເມືອງ ບາດິ່ງ, ໄຕໂຮ່, ຮ່ວານກ໊ຽມ ເປັນຈຳນວນຫຼາຍ, ເພື່ອແຈ້ງເນື້ອໃນ, ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ສືບຕໍ່ການຕໍ່ສູ້, ຕ້ານການສໍ້ລາດບັງຫຼວງໃນພັກ, ໃນລະບົບການເມືອງ, ໃນສັງຄົມ. ໃນການປ້ອງກັນຕ້ານການສໍ້ລາດບັງຫຼວງໃນໄລຍະຜ່ານມາ ກໍ່ມີຄວາມມານະພະຍາຍາມຫຼາຍຢ່າງ, ບັນລຸໝາກຜົນທີ່ດີ, ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ, ຫາກຫາງສຽງສາກົນກໍ່ໄດ້ຊົມເຊີຍ, ແຕ່ຍັງມີວຽງານຫຼາຍຢ່າງຕ້ອງເຮັດ.
ເມື່ອເຕື້ອງເຖິງການພົວພັນທາງການທູດເວົ້າລວມ, ໃນນັ້ນມີບັນຫາທະເລຕາເວັນອອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ພ້ອມທັງຢຶດໝັ້ນການຕໍ່ສູ້, ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ກ່ອນອື່ນໝົດແມ່ນຕ້ອງວາງຜົນປະໂຫຍດຂອງຊາດ, ບໍ່ປະນິປະນອມ ແລະ ຕ້ອງຮັກສາຫຼັກການເອກະລາດອະທິປະໄຕ, ໂຮມປະເທດຊາດເປັນເອກະພາບຢ່າງໝັ້ນຄົງ, ແຕ່ຍັງຮັກສາສະຖຽນລະພາບເພື່ອພັດທະນາ.