
ທ່ານຮອງປະທານສະພາແຫ່ງຊາດ ໂດ໊ບ໋າຕິ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບ໋າດຊ໋າດ ແຂວງ ລາວກາຍ (daibieunhandan.vn)
ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ຄະນະສະມາຊິກສະພາແຫ່ງຊາດແຂວງ ລາວກາຍ ໄດ້ແຈ້ງໝາກຜົນທີ່ພົ້ນເດັ່ນຢູ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14; ສະພາບການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃນ 6 ເດືອນຕົ້ນປີ. ບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງເມືອງ ບ໋າດຊ໋າດ ກັບຄະນະສະມາຊິກສະພາແຫ່ງຊາດແຂວງ ລາວກາຍ ຕົ້ນຕໍ່ແມ່ນກ່ຽວຂ້ອງເຖິງບັນຫາຮັບປະກັນຄວາມປອດໄພໃນຍາມເກີດພະຍຸ, ນ້ຳຖ້ວມ.
ເມື່ອຮັບຮູ້ບັນດາຄຳຄິດເຫັນຂອງຜູ້ມີສິດເລືອກຕັ້ງ, ທ່ານຮອງປະທານສະພາແຫ່ງຊາດ ໂດ໊ບ໋າຕິ ຕີລາຄາສູງບັນດາໝາກຜົນກ່ຽວກັບການພັດທະນາເສດຖະກິດ - ສັງຄົມເມືອງ ບ໋າດຊ໋າດ ທີ່ບັນລຸໄດ້ໃນໄລຍະຜ່ານມາ. ພ້ອມທັງ, ຮຽກຮ້ອງໃຫ້ເມືອງ ບ໋າດຊ໋າດ ແລະ ບັນດາອົງການທີ່ກ່ຽວຂ້ອງ ເອົາໃຈໃສ່ເປັນພິເສດເຖິງການປະຕິບັດບັນດາເນືື້ອໃນຕິດຕາມກວດກາຂອງຄະນະສະມາຊິກສະພາແຫ່ງຊາດເປັນຢ່າງດີ, ເຮັດວຽກງານຕ້ອນຮັບພົນລະເມືອງເປັນຢ່າງດີ; ກໍ່ສ້າງຊົນນະບົດໃໝ່ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ຊີວະພາບ; ປະຕິບັດວຽກງານລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ…
(ແຫຼ່ງຄັດຈາກ VOV)