ຂ່າວສານ

ທ່ານຮອງປະທານສະພາແຫ່ງຊາດ ໂດ໊ບ໋າຕິ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບ໋າດຊ໋າດ ແຂວງ ລາວກາຍ

ວັນທີ 04 ກໍລະກົດ, ທີ່ຕາແສງ ຈິ້ງເຕື່ອງ, ເມືອງ ບ໋າດຊ໋າດ ແຂວງ ລາວກາຍ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໂດ໊ບ໋າຕິ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດແຂວງ ລາວກາຍ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ພາຍຫລັງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14.

ທ່ານຮອງປະທານສະພາແຫ່ງຊາດ ໂດ໊ບ໋າຕິ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບ໋າດຊ໋າດ ແຂວງ ລາວກາຍ (daibieunhandan.vn)

ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ຄະນະສະມາຊິກສະພາແຫ່ງຊາດແຂວງ ລາວກາຍ ໄດ້ແຈ້ງໝາກຜົນທີ່ພົ້ນເດັ່ນຢູ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14; ສະພາບການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃນ 6 ເດືອນຕົ້ນປີ. ບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງເມືອງ ບ໋າດຊ໋າດ ກັບຄະນະສະມາຊິກສະພາແຫ່ງຊາດແຂວງ ລາວກາຍ ຕົ້ນຕໍ່ແມ່ນກ່ຽວຂ້ອງເຖິງບັນຫາຮັບປະກັນຄວາມປອດໄພໃນຍາມເກີດພະຍຸ, ນ້ຳຖ້ວມ.

        ເມື່ອຮັບຮູ້ບັນດາຄຳຄິດເຫັນຂອງຜູ້ມີສິດເລືອກຕັ້ງ, ທ່ານຮອງປະທານສະພາແຫ່ງຊາດ ໂດ໊ບ໋າຕິ ຕີລາຄາສູງບັນດາໝາກຜົນກ່ຽວກັບການພັດທະນາເສດຖະກິດ - ສັງຄົມເມືອງ ບ໋າດຊ໋າດ ທີ່ບັນລຸໄດ້ໃນໄລຍະຜ່ານມາ. ພ້ອມທັງ, ຮຽກຮ້ອງໃຫ້ເມືອງ ບ໋າດຊ໋າດ ແລະ ບັນດາອົງການທີ່ກ່ຽວຂ້ອງ ເອົາໃຈໃສ່ເປັນພິເສດເຖິງການປະຕິບັດບັນດາເນືື້ອໃນຕິດຕາມກວດກາຂອງຄະນະສະມາຊິກສະພາແຫ່ງຊາດເປັນຢ່າງດີ, ເຮັດວຽກງານຕ້ອນຮັບພົນລະເມືອງເປັນຢ່າງດີ; ກໍ່ສ້າງຊົນນະບົດໃໝ່ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ຊີວະພາບ; ປະຕິບັດວຽກງານລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ…

(ແຫຼ່ງຄັດຈາກ VOV)



top