• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ເຂົ້າຮ່ວມເວທີປາໄສນິຕິກຳສະຫະພັນ ສະຫະກອນສາກົນພາກພື້ນ ອາຊີ - ປາຊີຟິກ

      ມີຜູ້ແທນພາຍໃນປະເທດ 300 ທ່ານ ແລະ ຕາງໜ້າ ຂອງອົງການສະຫະກອນ ກ່ວາ100 ແຫ່ງ ມາຈາກ 30 ປະເທດ ແລະ ເຂດແຄ້ວນໃນພາກພື້ນອາຊີປາຊິີຟິກເຂົ້າຮ່ວມເວທີປາໄສດັ່ງກ່າວ

ບັນດາຫົວໜ່ວຍພ້ອມກັນລົງນາມເພື່ອຜັນຂະຫຍາຍບັນດານະໂຍບາຍໝູນຊ່ວຍ
ບັນດາສະຫະກອນ(ພາບ:nhandan.com.vn)
      ຕອນບ່າຍວັນທີ 17 ເມສາ, ຢູ່ນະຄອນໂຮ່ຈີມິນໄດ້ດຳເນີນພິທີໄຂເວທີປາໄສນິຕິກຳສະຫະພັນສະຫະກອນສາກົນພາກພື້ນ ອາຊີ - ປາຊີຟິກ, ໂດຍສະຫະພັນສະຫະກອນ ຫວຽດນາມ (VCA), ສະຖາບັນເສດຖະກິດກະສິກຳອົງຄະທາດສົມທົບກັບສະຫະພັນສະຫະກອນສາກົນ ພາກພື້ນ ອາຊີ - ປາຊີຟິກ (ICA -AP) ຈັດຕັ້ງ. ມີຜູ້ແທນພາຍໃນປະເທດ 300 ທ່ານ ແລະ ຕາງໜ້າ ຂອງອົງການສະຫະກອນ ກ່ວາ100 ແຫ່ງ ມາຈາກ 30 ປະເທດ ແລະ ເຂດແຄ້ວນໃນພາກພື້ນອາຊີປາຊິີຟິກເຂົ້າຮ່ວມເວທີປາໄສດັ່ງກ່າວ.
            ດ້ວຍຫົວຂໍ້ວ່າ: “ສ້າງກອບນິຕິກຳ ແລະ ນະໂຍບາຍສະດວກເພື່ອຊຸກຍູ້ການພັດທະນາ ເຂດສະຫະກອນແບບຍືນຍົງໃນ ສະຕະວັດ 21”, ໃນການດຳເນີນເປັນເວລາ 2 ວັນ, ເວທີປາໄສໄດ້ປຶກສາຫາລື ບາງເນື້ອໃນຕົ້ນຕໍຄື: ທ່າອ່ຽງການພັດທະນາ ແລະ ຜົນກະທົບສຳລັບເຂດສະຫະກອນໃນ ສະຕະວັດ 21, ກຳນົດບັນດາບັນຫານິຕິກຳ ແລະ ນະໂຍບາຍທີ່ມີຜົນສະທ້ອນຕໍ່ສະຫະກອນໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ; ແລກປ່ຽນບົດຮຽນຂອງບັນດາປະເທດ ພາກພື້ນ ອາຊີ - ປາຊີຟິກໃນການສ້າງສະພາບແວດລ້ອມສະດວກ ແລະ ພັດທະນາ ຂອບເຂດສະຫະກອນ; ນະໂຍບາຍຂອງລັດຖະບານ ແລະ ການເຄື່ອນໄຫວຂອງສະຫະກອນເພື່ອແນໃສ່ແກ້ໄຂບັນດາບັນຫາເສດຖະກິດ - ສັງຄົມໃນປັດຈຸບັນ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ກ່າວວ່າ:
        ກ່ຽວກັບກອບນິຕິກຳ, ຂ້າພະເຈົ້າມີຄວາມຫວັງວ່າຈະປະກອບຄວາມເຫັນຕື່ມໃຫ້ແກ່ຫວຽດນາມໃນບົດບາດຄຸ້ມຄອງລັດ ກ່ຽວກັບ ສະຫະກອນແມ່ນເປັນຄືແນວໃດ. ສະຫະພັນສະຫະກອນແມ່ນອົງການຕາງໜ້າໃຫ້ແກ່ສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງບັນດາອົງການສະມາຊິກ. ປັດຈຸບັນ, ພວກເຮົາອາດຈະມອບໝາຍໃຫ້ ສະຫະພັນສະຫະກອນໃນການປະຕິບັດບາງການບໍລິການສາທາລະນະໂດຍລັດຈັດຕັ້ງປະຕິບັດໄດ້ຫຼືບໍ່
 (ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top