• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ

      ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ສະແດງຄວາມພ້ອມທີ່ຈະໃຫ້ການໜູນຊ່ວຍ, ແບ່ງປັນບົດຮຽນກັບ ລາວ

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານ ບົວສອນ ບຸບຜາວັນ, ອະດີດນາຍົກລັດຖະມົນຕີແຫ່ງ ສປປ.ລາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ (ພາບ: VGP)
      ຕອນເຊົ້າວັນທີ 19 ມີນາ, ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ໂດຍທ່ານ ບົວສອນ ບຸບຜາວັນ, ອະດີດນາຍົກລັດຖະມົນຕີແຫ່ງ ສປປ.ລາວ, ຫົວໜ້າສະຖາບັນດັ່ງກ່າວ ນໍາໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ສະແດງຄວາມພ້ອມທີ່ຈະໃຫ້ການໜູນຊ່ວຍ, ແບ່ງປັນບົດຮຽນກັບ ລາວ ແລະ ໃຫ້ຮູ້ວ່າ ຫວຽດນາມ ບໍ່ພຽງແຕ່ແບ່ງປັນບັນດາບົດຮຽນບັນລຸຜົນສໍາເລັດເທ່ົານັ້ນ ຫາກນັບທັງບົດຮຽນປະລະໄຊໃນເມື່ອກ່ອນອີກດ້ວຍ ເພື່ອໃຫ້ສອງຝ່າຍພ້ອມກັນປຶຶກສາຫາລື, ຕີລາຄາ ແລະ ນໍາໄປປະຕິບັດຕົວຈິງ. ກ່ຽວກັບການພັດທະນາລັດວິສາຫະກິດ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢັ້ງຢືນວ່າ ແຜນນະໂຍບາຍຂອງຫວຽດນາມ ແມ່ນການຊຸກຍູ້ການຫັນເປັນບໍລິສັດຫຸ້ນສ່ວນ, ຖອນທຶນ, ນໍາໃຊ້ບັນດາມາດຕະຖານ, ມາດຖານຕາມທໍານຽມຂອງຕະຫຼາດ ເພື່ອເຮັດໃຫ້ການເຄື່ອນໄຫວຂອງກຸ່ມດັ່ງກ່າວໂປ່ງໃສ ພ້ອມທັງແບ່ງແຍກບົດບາດໜ້າທີ່ຄຸ້ມຄອງແຫ່ງລັດ ກັບ ບົດບາດໜ້າທີ່ຕາງໜ້າເຈົ້າຂອງກໍາມະສິດຂອງລັດ ຢູ່ ວິສາຫະກິດ.
        ສ່ວນທ່ານ ບົວສອນ ບຸບຜາວັນ ປາດຖະໜາຢາກຊອກຮູ້ປະສົບການໃນການປ່ຽນແປງໃໝ່ລັດວິສາຫະກິດ ແລະ ສ້າງບັນດາຮູບແບບເຮັດເສດຖະກິດລວມ, ສະຫະກອນ ແບບໃໝ່ຂອງຫວຽດນາມ ເພື່ອປະກອບສ່ວນເຂົ້າໃນການປ່ຽນແປງໃໝ່ຮູບແບບເຮັດເສດຖະກິດພາຍໃນປະເທດ. ໃນຂອບເຂດການປະຕິບັດຢູ່ຫວຽດນາມຄັ້ງນີ້, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ຈະມີການເຮັດວຽກກັບຄະນະເສດຖະກິດສູນກາງ ຫວຽດນາມ, ສະຖາບັນບັນດິດວິທະຍາສາດ ແລະ ສັງຄົມ, ຄະນະກໍາມະການຄຸ້ມຄອງງົບປະມານແຫ່ງລັດ ຢູ່ວິສາຫະກິດ ແລະ ບັນດາອົງການກ່ຽວຂ້ອງ ເພື່ອຊອກຮູ້ປະສົບການຈາກ ຫວຽດນາມ. 
 (ແຫຼ່ງຄັດຈາກ VOV)

ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ບຸນກາຣີ

ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ບຸນກາຣີ

ຕອນເຊົ້າວັນທີ 25 ກັນຍາ, ຕາມເວລາທ້ອງຖິ່ນ, ໃນຂອບເຂດການຢ້ຽມຢາມບຸນກາຣີຢ່າງເປັນທາງການ, ພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຖືກຈັດຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ Sofia ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ບຸນກາຣີ Rosen Zhelyazkov. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດສອງປະເທດໄດ້ດຳເນີນການພົບປະເຈລະຈາ.

Top