• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຕ້ອນຮັບທ່ານຮອງເລຂາຄະນະພັກແຂວງ ຢຸນໜານ ຫວາງອຸຍປົວ

ທີ່ການຕ້ອນຮັບທ່ານຮອງເລຂາຄະນະພັກແຂວງ ຢຸນໜານ ຫວາງອຸຍປົວ ໃນຕອນບ່າຍວັນທີ 23 ຕຸລາຢູ່ ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ເນັ້ນໜັກວ່າ ຫວຽດນາມ ຖືການພົວພັນກັບ ຢຸຍໜານ ກໍຄືແຂວງ ກວ໋າງຊີ ເປັນສໍາຄັນ ເຊິ່ງເປັນ 2 ທ້ອງຖິ່ນທີ່ມີຊາຍແດນຮ່ວມກັບຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ຕ້ອນຮັບທ່ານຮອງເລຂາຄະນະພັກແຂວງ ຢຸນໜານ ຫວາງອຸຍປົວ (ພາບ: VGP)

 ໃນການໄປປະຕິບັດງານຄັ້ງນີ້, ທ່ານ ຫວາງອຸຍປົວ ສະແດງຄວາມປາດຖະໜາຢາກເພີ່ມທະວີຂອບເຂດຂອງການຄ້າລະຫວ່າງສອງຝ່າຍ, ພັດທະນາເຂດການຄ້າເສລີ ເຄືອເຂົາ ໃຫ້ຫຼາຍກວ່າອີກ ແລະປະກອບສ່ວນນໍາ ລາວກາຍ ກາຍເປັນເຂດຮ່ວມມືຂ້າມຊາຍແດນລະຫວ່າງຫວຽດນາມ ແລະ ຈີນ.

        ໂດຍເຫັນດີຕໍ່ຄໍາສະເໜີແນະຂອງທ່ານຮອງເລຂາຄະນະພັກ ຢຸນໜານ ໃນການເພີ່ມທະວີວົງເງິນສົ່ງອອກກັບ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ປັດຈຸບັນພວມປະສົບກັບຄວາມຫຍຸ້ງຍາກໃນການສົ່ງອອກສິນຄ້າ, ຜະລິດຕະພັນກະເສດ ຈາກຫວຽດນາມຢູ່ດ່ານຊາຍແດນ ແທັງທຸ໋ຍ ແຂວງຮ່າຢາງ ແລະ ດ່ານຊາຍແດນ ເຕິນແທັງແຂວງລ້າງເຊີນ ໄປຍັງບັນດາແຫ່ງຕ່າງໆຂອງຈີນນັ້ນ ສະເໜີໃຫ້ທ່ານ ຫວາງອຸຍປົວ ແລະ ການນໍາແຂວງຢຸນໜານ ເອົາໃຈໃສ່ແກ້ໄຂ.

 
(ແຫຼ່ງຄັດຈາກ VOV)

ຄົ້ນຫາປ່າ ອູມິງຮະ ຢູ່ແຫຼມ ກ່າເມົາ

ຄົ້ນຫາປ່າ ອູມິງຮະ ຢູ່ແຫຼມ ກ່າເມົາ

ປ່າອູມິງ ນອນຢູ່ເຂດທາງທິດຕາເວັນຕົກພາກໃຕ້ຈາກແມ່ນ້ຳ ອົງດົກ ທາງທິດໃຕ້ແຂວງ ກ່າເມົາ ຫາ ແມ່ນ້ຳ ກ໊າຍເລີ໊ນ ທາງທິດເໜືອແຂວງ ກຽນຢາງ. ສອງລຳແມ່ນ້ຳ ແຈ່ມແຈ້ມ ແລະ ກ໊າຍເຕົ່າ ປະສານເຂົ້າກັນແບ່ງແຍກປ່າອູມິງ ກາຍເປັນສອງສ່ວນເກືອບເທົ່າກັນ ນັ້ນແມ່ນປ່າ ອູມິງເທື້ອງ ຢູ່ທາງທິດເໜືອ ແລະ ປ່າອູມິງຮະ ຢູ່ທາງທິດໃຕ້. ປ່າອູມິງຮະ ມີຊື່ສຽງດ້ວຍທັດຊະນີຍະພາບທຳມະຊາດຮົກເຮື້ອພ້ອມກັບສັດພຶກສາຊາດທີ່ອຸດົມສົມບູນຫຼາຍຮູບຫຼາຍແບບ.

Top