• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ເປັນປະທານກອງປະຊຸມ ຄະນະຊີ້ນໍາການປ່ຽນແປງໃໝ່ ແລະ ພັດທະນາວິສາຫະກິດ

      ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຈົ່ງປະຕິບັດການຫັນເປັນຮຸ້ນສ່ວນ, ການຖອນທຶນຂອງລັດ ຢ່າງຮີບດ່ວນ ແລະ ຂ້ຽວຂາດ, ຮັບປະກັນສໍາເລັດແຜນການທີ່ໄດ້ມອບໝາຍໃຫ້ເປັນຢ່າງດີທີ່ສຸດ.

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ກ່າວຄໍາເຫັນທີ່ກອງປະຊຸມ
      ຕາມບົດລາຍງານທີ່ກອງປະຊຸມແລ້ວ, ໄລຍະຜ່ານມາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ໄດ້ອະນຸມັດຜ່ານແຜນການຫັນເປັນຮຸ້ນສ່ວນ ວິສາຫະກິດ 19 ແຫ່ງ, ເຊິ່ງຍອດມູນຄ່່າວິສາຫະກິດແມ່ນກວ່າ 40.000 ຕື້ດົງ, ໃນນັ້ນ ມູນຄ່າທຶນຂອງລັດແມ່ນກວ່າ 23.000 ຕື້ດົງ. ຈໍານວນວິສາຫະກິດສ້າງຕັ້ງຂຶ້ນໃໝ່ໃນທົ່ວປະເທດ ໄລຍະ 6 ເດືອນຕົ້ນປີ 2018 ແມ່ນ 64.531 ແຫ່່ງ, ເພີ່ມຂຶ້ນ 5,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາທີ່ກອງປະຊຸມແລກປ່ຽນຂອງຄະນະຊີ້ນໍາການປ່ຽນແປງໃໝ່ ແລະພັດທະນາວິສາຫະກິດ ກ່ຽວກັບສະພາບການຈັດຕັ້ງ, ຫັນເປັນຫຸ້ນສ່ວນ, ຖອນທຶນ, ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ ແລະພັດທະນາວິສາຫະກິດໃນ 6 ເດືອນຕົ້ນປີ; ຜັນຂະຫຍາຍໜ້າທີ່, ມາດຕະການ ຂອງ 06 ເດືອນທ້າຍປີ 2018.
        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຈົ່ງປະຕິບັດການຫັນເປັນຮຸ້ນສ່ວນ, ການຖອນທຶນຂອງລັດ ຢ່າງຮີບດ່ວນ ແລະ ຂ້ຽວຂາດ, ຮັບປະກັນສໍາເລັດແຜນການທີ່ໄດ້ມອບໝາຍໃຫ້ເປັນຢ່າງດີທີ່ສຸດ. ພ້ອມກັນນັ້ນ, ຮັບປະກັນການເກັບລາຍຮັບງົບປະມານແຫ່ງລັດ ຕາມມະຕິຂອງສະພາແຫ່ງຊາດໄດ້ປະກາດໃຊ້; ພິເສດແມ່ນແກ້ໄຂບັນດາສິ່ງຄ້າງຄາ, ບັນຫາຮ້ອນເຮັ່ງທີ່ເກີດຂຶ້ນໃນການປະຕິບັດ ຢ່າງທັນການ.
 (ແຫຼ່ງຄັດຈາກ VOV)

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ສ່ວນທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍ່ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນແລກປ່ຽນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມືກັນ, ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ.

Top