• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງລົງກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງ ເກິ່ນເທີ

      ຕອນບ່າຍວັນທີ 17 ກໍລະກົດ, ຢູ່ເກິ່ນເທີ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ພ້ອມກັບຄະນະປະຕິບັດງານ ມີການເຮັດວຽກ ແລະ ກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ນະຄອນ ເກິ່ນເທີ.
 
ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ກ່າວຄຳເຫັນທີ່ການເຮັດວຽກ ກັບນະຄອນ ເກິ່ນເທີ (ພາບ:  qdnd.vn)
      ຕອນບ່າຍວັນທີ 17 ກໍລະກົດ, ຢູ່ເກິ່ນເທີ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ພ້ອມກັບຄະນະປະຕິບັດງານ ມີການເຮັດວຽກ ແລະ ກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ນະຄອນ ເກິ່ນເທີ.
            ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາງບິ່ງ ໄດ້ຮຽກຮ້ອງໃຫ້ ເກິ່ນເທີ ຮັບປະກັນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ເມື່ອປະຕິບັດການເອົາຕົວຢ່າງວິໄຈຫາເຊື້ອ, ສັກວັກຊິນຕ້ອງຮັບປະກັນການຮັກສາໄລຍະຫ່າງ, ບໍ່ເຕົ້າໂຮມກັນຫຼາຍຄົນ. ພ້ອມທັງ, ຮຽກຮ້ອງໃຫ້ວິສາຫະກິດຮັບປະກັນ 3 ຫຼັກການ ຢູ່ກັບທີ່ (ຜະລິດຢູ່ກັບທີ່, ກິນດື່ມຢູ່ກັບທີ່ ແລະ ພັກຜ່ອນຢູ່ກັບທີ່)
            ໄປຄຽງຢູ່ກັນນັ້ນ, ຮັບປະກັນວຽກງານຮັບປະກັນຊີວິດສັງຄົມ, ເອົາໃຈໃສ່ເປັນພິເສດເຖິງຜູ້ທຸກຍາກ, ຜູ້ມີຄວາມສ່ຽງ, ຮັບປະກັນໃຫ້ປະຊາຊົນກິນອີ່ມນຸ່ງອູ່ນ. ຈັດຕັ້ງການແຈກຢາຍ, ຮັບປະກັນສິນຄ້າຢ່າງຄົບຖ້ວນ, ລົງຂ່າວຢ່າງຊັດເຈນຖືກຕ້ອງ, ທັນການບໍ່ປະໃຫ້ປະຊາຊົນມີຈິດໃຈກັງວົນ.
            ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງເນັ້ນໜັກວ່າ ເກິ່ນເທີແມ່ນສູນເສດຖະກິດ ສັງຄົມຂອງ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ດັ່ງນັ້ນນອກຈາກການປະຕິບັດໜ້າທີ່ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງທ້ອງຖິ່ນແລ້ວ ຕ້ອງໜູນຊ່ວຍບັນດາແຂວງ, ນະຄອນໃນພາກພື້ນກ່ຽວກັບກຳລັງ ແລະ ບັນດາເງື່ອນໄຂຕ່າງໆໃນໄລຍະປັດຈຸບັນ.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ໄຂກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ຕີລາຄາສູງຂໍ້ລິເລີ່ມຈັດກອງປະຊຸມ CLV.

Top