• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບການນຳກຸ່ມບໍລິສັດ Airbus

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຕີລາຄາສູງໝາກຜົນການຮ່ວມມື, ດຳເນີນທຸລະກິດລະຫວ່າງກຸ່ມບໍລິສັດ Airbus ກັບບັນດາຄູ່ຮ່ວມມື ຫວຽດນາມ ໃນຂົງເຂດການບິນ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າຕ້ອນຮັບທ່ານ Olivier Michalon, ຮອງປະທານຝ່າຍບໍລິຫານກຸ່ມບໍລິສັດ Airbus Helicopters ທົ່ວໂລກ (ພາບ: TTXVN)

ຕອນບ່າຍວັນທີ 20 ມີນາ, ທີ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຕ້ອນຮັບທ່ານ Olivier Michalon, ຮອງປະທານຝ່າຍບໍລິຫານກຸ່ມບໍລິສັດ Airbus Helicopters ທົ່ວໂລກ (ຂຶ້ນກັບກຸ່ມບໍລິສັດ Airbus).

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຕີລາຄາສູງໝາກຜົນການຮ່ວມມື, ດຳເນີນທຸລະກິດລະຫວ່າງກຸ່ມບໍລິສັດ Airbus ກັບບັນດາຄູ່ຮ່ວມມື ຫວຽດນາມ ໃນຂົງເຂດການບິນ. ທ່ານຮອງນາຍົກລັດຖະມົນຕີຖືວ່າ, Airbus ອາດຈະເຂົ້າຮ່ວມໜູນຊ່ວຍ ຫວຽດນາມ ໃນວິວັດການສ້າງຍຸດທະສາດ, ແຜນການພັດທະນາຂະແໜງອຸດສາຫະກຳການບິນ; ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີ, ຜະລິດເຄື່ອງອາໄຫຼ່, ອຸປະກອນໃນລະບົບມູນຄ່າທົ່ວໂລກຂອງກຸ່ມບໍລິສັດ Airbus…

ສ່ວນທ່ານ Olivier Michalon ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ກຸ່ມບໍລິສັດ Airbus Helicopters ທົ່ວໂລກ ຈະສຸມໃສ່ລົງທຶນໃຫ້ແກ່ການເຄື່ອນໄຫວຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີ, ບຳລຸງສ້າງນັກບິນ, ນັກວິສະວະກອນ… ຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top