• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ: ບໍ່ປະໃຫ້ຈຳນວນຜູ້ຕິດເຊື້ອ ເພີ່ມຂຶ້ນເກີນຂອບເຂດ ຂອງລະບົບສາທາລະນະສຸກ

      ຕາມທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມແລ້ວ, ປະຊາຊົນທີ່ໄດ້ຮັບການສັກວັກຊິນ 1 ເຂັມທີ່ໄດ້ສ້າງພູມຕ້ານທານໃນຮ່າງກາຍ, ເປັນຕົ້ນແມ່ນຜູ້ທີ່ໄດ້ສັກ 2 ເຂັມແລ້ວ, ເມື່ອມີຜູ້ຕິດເຊື້ອ, ຖ້າຈຳກັດຢູ່ໃນລະດັບບໍເກີນຂອບເຂດຂອງລະບົບສະທາລະນະສຸກ ແລະ ເພີ່ມທະວີການເບິ່ງແຍງສະຂຸພາບ ຢູ່ບ້ານ ນັບແຕ່ຫົວທີ່ນັ້ນ ຈຳນວນຜູ້ຕິດເຊື້ອມີອາການເຈັບໜັກ ຫຼື ເສຍຊີວິດ ຈະບໍ່ຫຼາຍຄືເມື່ອກ່ອນ
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມເປັນປະທານກອງປະຊຸມກັບການນຳ 19 ແຂວງ, ນະຄອນ ທາງພາກໃຕ້
      ໂດຍເປັນປະທານກອງປະຊຸມກັບການນຳ 19 ແຂວງ, ນະຄອນ ທາງພາກໃຕ້ ໃນຕອນບ່າຍວັນທີ 26 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເນັ້ນໜັກວ່າ ບັນດາທ້ອງຖິ່ນ ຕ້ອງມານະພະຍາຍາມ ບໍ່ປະໃຫ້ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນ ຢູ່ລະດັບເກີນຂອບເຂດຂອງລະບົບສາທາລະນະສຸກ. ຕາມທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມແລ້ວ, ປະຊາຊົນທີ່ໄດ້ຮັບການສັກວັກຊິນ 1 ເຂັມທີ່ໄດ້ສ້າງພູມຕ້ານທານໃນຮ່າງກາຍ, ເປັນຕົ້ນແມ່ນຜູ້ທີ່ໄດ້ສັກ 2 ເຂັມແລ້ວ, ເມື່ອມີຜູ້ຕິດເຊື້ອ, ຖ້າຈຳກັດຢູ່ໃນລະດັບບໍເກີນຂອບເຂດຂອງລະບົບສະທາລະນະສຸກ ແລະ ເພີ່ມທະວີການເບິ່ງແຍງສະຂຸພາບ ຢູ່ບ້ານ ນັບແຕ່ຫົວທີ່ນັ້ນ ຈຳນວນຜູ້ຕິດເຊື້ອມີອາການເຈັບໜັກ ຫຼື ເສຍຊີວິດ ຈະບໍ່ຫຼາຍຄືເມື່ອກ່ອນ. ທ່ານກ່າວວ່າ:
      ພວກເຮົາພ້ອມກັນ ມານະພະຍາຍາມເພື່ອບໍ່ປະໃຫ້ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນ ຢູ່ລະດັບຕ້ອງປະຕິບັດການແຍກຫ່າງສັງຄົມ ໃນທົ່ວແຂວງ, ທົ່ວເຂດ, ມານະພະຍາຍາມເພື່ອພຽງແຕ່ປະຕິບັດການແຍກຫ່າງຢູ່ຂອບເຂດ, ບາງຕາແສງ ຫຼື ບາງເມືອງ ເທົ່ານັ້ນ, ຕ້ອງວາງເປົ້າໝາຍຄືແນວນັ້ນ. ຈາກຄວາມຈິງຂອງບັນດາປະເທດແລ້ວ, ເຖິງວ່າໄດ້ຮັບການສັກວັກຊິນ ແລ້ວ ກໍ່ຍັງຄົງຕ້ອງປະຕິບັດຫຼັກການປ້ອງກັນ 5 ປະການ, ໃສ່ຜ້າອັດປາກດັງ ໃຫ້ເປັນຢ່າງດີ, ແຕ່ວ່າສຳຄັນທີ່ສຸດ ແມ່ນຕ້ອງຮັກສາໄລຍະຫ່າງ.
(ແຫຼ່ງຄັດຈາກ VOV)

ການພົວພັນ ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງໄລຍະທາງພັດທະນາໃໝ່

ການພົວພັນ ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງໄລຍະທາງພັດທະນາໃໝ່

ການພົວພັນລະຫວ່າງ 2 ປະເທດໄດ້ຜ່ານເຄິ່ງສະຕະວັດ ແລະ ພວມຢູ່ໃນໄລຍະດີງາມທີ່ສຸດໃນປະຫວັດສາດ.

Top