• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິນມິນ ຕ້ອນຮັບທ່ານຮອງປະທານທະນາຄານພັດທະນາອາຊີ

ທ່ານຟ້າມບິນມິນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນກັບທະນາຄານ ADB, ເຊິ່ງເປັນໜຶ່ງໃນບັນດາຜູ້ອຸປະຖໍາແຖວໜ້າ ໃນການສະໜອງແຫຼ່ງທຶນ, ໜູນຊ່ວຍເຕັກນິກ ແລະ ໃຫ້ຄໍາປຶກສາແກ່ຫວຽດນາມ. 

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິນມິນ ຕ້ອນຮັບທ່ານ Stephen Groff ຮອງປະທານທະນາຄານພັດທະນາອາຊີ (ພາບ:TTXVN)

ຕອນບ່າຍວັນທີ 8 ພະຈິກ, ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິນມິນ ໄດ້ໃຫ້ການຕ້ອນຮັບທ່ານ Stephen Groff ຮອງປະທານທະນາຄານພັດທະນາອາຊີ (ADB) ເຊິ່ງພວມມີການຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນການພັດທະນາແບບຍືນຍົງ. ທີ່ການຕ້ອນຮັບ, ທ່ານຟ້າມບິນມິນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນກັບທະນາຄານ ADB, ເຊິ່ງເປັນໜຶ່ງໃນບັນດາຜູ້ອຸປະຖໍາແຖວໜ້າ ໃນການສະໜອງແຫຼ່ງທຶນ, ໜູນຊ່ວຍເຕັກນິກ ແລະ ໃຫ້ຄໍາປຶກສາແກ່ຫວຽດນາມ. ໄລ່ມາຮອດປັດຈຸບັນ, ທະນາຄານ ADB ໄດ້ອຸປະຖໍາໃຫ້ຫວຽດນາມຫຼາຍກວ່າ  165 ລາຍການ ແລະ ໂຄງການ ລວມມູນຄ່າກວ່າ  16 ຕື້ USD. ທ່ານຟ້າມບິນມິນ ເນັ້ນໜັກວ່າແຫຼ່ງທຶນຂອງ ທະນາຄານ ADB ໄດ້ນໍາໃຊ້ຢ່າງມີປະສິດທິຜົນ, ໂດຍໄດ້ສຸມໃສ່ບັນດາຂົງເຂດບຸລິມະສິດຂອງລັດຖະບານຫວຽດນາມ ຄື ພັດທະນາພື້ນຖານໂຄງລ່າງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານຜະລິດຄືນໃໝ່...; ພ້ອມທັງປາດຖະໜາວ່າ ທະນາຄານ ADB ຈະສືບຕໍ່ໜູນຊ່ວຍຫວຽດນາມໄດ້ສໍາຜັດກັບບັນດາແຫຼ່ງທຶນບຸລິມະສິດໃນໄລຍະຈະມາເຖິງ.

        ສ່ວນທ່ານ Stephen Groff ຢັ້ງຢືນວ່າ ທະນາຄານ ADB ຖືເປັນສໍາຄັນ ແລະ ຕີລາຄາສູງການພົວພັນຮ່ວມມືຢ່າງມີປະສິດທິຜົນ ແລະຍາວນານກັບຫວຽດນາມ; ໃຫ້ຄໍາໝັ້ນສັນຍາຈະໜູນຊ່ວຍຫວຽດນາມ ໃນການຊອກຫາບັນດາແຫຼ່ງທຶນບຸລິມະສິດ ເພື່ອແນໃສ່ຊ່ວຍ ຫວຽດນາມ ພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)


ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.

Top