• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ເຈລະຈາກັບ ທ່ານຮອງນາຍົກລັດຖະມົນຕີ ກໍາປູເຈຍ Prak Sokhonn

      ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ການສຶກສາບໍາລຸງສ້າງ, ການທ່ອງທ່່ຽວ, ແລກປ່ຽນວັດທະນະທໍາ, ພົວພັນແລກປ່ຽນປະຊາຊົນ ເພື່ອແນໃສ່ຮັດແໜ້ນນໍ້າໃຈສາມັກຄີ ກໍຄືການສຶກສາໃຫ້ແກ່ລຸ້ນໜຸ່ມກ່ຽວກັບມູນເຊື້ອແຫ່ງການພົວພັນລະຫວ່າງ ຫວຽດນາມ - ກໍາປູເຈຍ.

ການເຈລະຈາລະຫວ່າງ  ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ກັບ ທ່ານຮອງນາຍົກລັດຖະມົນຕີ ກໍາປູເຈຍ Prak Sokhonn (ພາບ:TTXVN)
      ໂດຍໄດ້ຮັບຄໍາເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິງມິນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກໍາປູເຈຍ Prak Sokhonn ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 26 – 27 ພະຈິກ. ທີ່ການເຈລະຈາກັບທ່ານ ຟ້າມບິງມິນ ທ່ານ Prak Sokhonn ສະເໜີວ່າ ບັນດາວິສາຫະກິດຫວຽດນາມ ສືບຕໍ່ເປີດກວ້າງການລົງທຶນຢູ່ກໍາປູເຈຍ. ພ້ອມທັງຢັ້ງຢືນວ່າ ລັດຖະບານກໍາປູເຈຍ ຈະມານະພະຍາຍາມສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຫວຽດນາມ ມີຄວາມອຸ່ນອ່ຽນໃຈລົງທຶນ, ດໍາເນີນທຸລະກິດຢູ່ກໍາປູເຈຍ. ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ການສຶກສາບໍາລຸງສ້າງ, ການທ່ອງທ່່ຽວ, ແລກປ່ຽນວັດທະນະທໍາ, ພົວພັນແລກປ່ຽນປະຊາຊົນ ເພື່ອແນໃສ່ຮັດແໜ້ນນໍ້າໃຈສາມັກຄີ ກໍຄືການສຶກສາໃຫ້ແກ່ລຸ້ນໜຸ່ມກ່ຽວກັບມູນເຊື້ອແຫ່ງການພົວພັນລະຫວ່າງ ຫວຽດນາມ - ກໍາປູເຈຍ.
        ສອງທ່ານເຫັນດີເພີ່ມທະວີການສົມທົບກັນຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງເຊິ່ງການນໍາຂັ້ນສູງສອງປະເທດໄດ້ລົງນາມນໍາກັນ; ເພີ່ມທະວີການສົມທົບກັນໃນຂອບເຂດອະນຸພາກພື້ນແມ່ນໍ້າຂອງ ແລະ ເຂດສາມລ່ຽມຄໍາ ກໍາປູເຈຍ - ລາວ - ຫວຽດນາມ; ສະໜັບສະໜູນເຊິ່ງກັນແລະກັນໃນປີ 2020 ເມື່ອ ຫວຽດນາມ ເປັນປະທານອາຊຽນ ແລະ ກໍາປູເຈຍ ເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດ ASEM  ຄັ້ງທີ 13. ນອກຈາກນັ້ນ, ສອງຝ່າຍກໍໄດ້ຢືນຢັນເຖິງຄວາມສໍາຄັນຂອງການປ້ອງກັນສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ, ແກ້ໄຂບັນດາການຂັດແຍ້ງກັນ ໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ຊຸກຍູ້ການເຈລະຈ COC, ສູ້ຊົນບັນລຸ COC ຢ່າງມີປະສິດທິຜົນ, ແທດຈິງ ແລະ ເໝາະສົມກັບກົດໝາຍສາກົນໂດຍໄວ.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top