• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ກູບາ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ກູບາຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ, ວັນທີ 29 ມີນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິນ ໄດ້ມີການພົບປະເຈລະຈາກັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດກູບາ Bruno Rodriguez

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິນ
ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດກູບາ Bruno Rodriguez 

ນະທີ່ນີ້, ສອງຝ່າຍຢັ້ງຢືນວ່າ ພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການຜັນຂະຫຍາຍບັນດາໝາກຜົນສຳຄັນທີ່ບັນລຸໄດ້ໃນການຢ້ຽມຢາມທາງລັດຖະກິດຢູ່ກູບາຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໃນໂອກາດນີ້, ເປັນເອກະພາບຕໍ່ບັນດາມາດຕະການເພື່ອແນໃສ່ສືບຕໍ່ນຳການພົວພັນ ທີ່ເປັນມູນເຊື້ອອ້າຍນ້ອງແບບພິເສດຫວຽດນາມ - ກູບາ ໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ, ພິເສດສຸມໃສ່ບັນດາຂົງເຂດທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນ.

        ທີ່ການພົບປະເຈລະຈາ, ສອງຝ່າຍກໍແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍໄດ້ແບ່ງປັນຫຼັກໝັ້ນໃນການແກ້ໄຂບັນດາຂໍ້ຂັດແຍ້ງອະທິປະໄຕ ໂດຍສັນຕິວິທີ, ບໍ່ໃຊ້ກຳລັງອາວຸດ ຫຼືນາບຂູ່ນຳໃຊ້ກຳລັງອາວຸດ, ເຄົາລົບບັນດາວິວັດທະນາທາງການການທູດ ແລະ ນິຕິກຳ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ບັນດາສົນທິສັນຍາສະຫະປະຊາຊາດທີ່ກ່ຽວຂ້ອງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top