• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວເປັນປະທານກອງປະຊຸມຄະນະກຳມະການຄຸ້ມຄອງທຶນແຫ່ງລັດ

      ຕອນບ່າຍວັນທີ 16 ມັງກອນຢູ່ ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ, ຫົວຫນ້າຫນ່ວຍປະຕິບັດງານຂອງນາຍົກລັດຖະມົນຕີກ່ຽວກັບການສ້າງຕັ້ງ ຄະນະກຳມະການຄຸ້ມຄອງທຶນແຫ່ງລັດໃນ ວິສາຫະກິດ ໄດ້ເປັນປະທານການປະຊຸມຄັ້ງທຳອິດ ພາຍຫລັງຫນ່ວຍຊ່ວຍວຽກໂດຍທ່ານນາຍົກລັດຖະມົນຕີເຊັນອະນຸມັດໃຫ້ສ້າງຕັ້ງເມື່ອວັນທີ 15 ມັງກອນປີ 2018 ເອີ້ນຫຍໍ້ວ່າ ຫນ່ວຍປະຕິບັດງານ 66).

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ
      ທີ່ການປະຊຸມ, ບັນດາສະມາຊິກໄດ້ຮັບຟັງການລາຍງານກ່ຽວກັບຮ່າງກົດລະບຽບການເຄື່ອນໄຫວຫນ່ວຍປະຕິບັດງານ 66, ປະກອບຄຳເຫັນໃສ່ການສ້າງຕັ້ງ, ປະກາດໃຊ້ມະຕິຂອງລັດຖະບານກ່ຽວກັບການສ້າງຕັ້ງຄະນະກຳມະການຄຸ້ມຄອງທຶນແຫ່ງລັດໃນ ວິສາຫະກິດ ຕາມມະຕິຂອງລັດຖະບານກ່ຽວກັບໂຄງຮ່າງການຈັດຕັ້ງ, ບົດບາດຫນ້າທີ່ຂອງຄະນະກຳມະການ.
      ເມື່ອສະຫລຸບການປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ຮຽກຮ້ອງຕ້ອງສ້າງຕັ້ງຄະນະກຳມະການດັ່ງກ່າວໂດຍໄວຕາມເນື້ອໃຈຈິດໃຈການຊີ້ນຳຂອງພັກ, ສະພາແຫ່ງຊາດ ແລະ ລັດຖະບານ. ພ້ອມທັງ ສະເຫນີບັນດາກະຊວງ, ຂະແຫນງການສືບຕໍ່ເລັ່ງລັດຄວາມຄືບຫນ້າຫັນເປັນຫຸ້ນສ່ວນ, ຂາຍທຶນໃນບັນດາລັດວິສາຫະກິດໃນປີ 2018 ຕາມແຜນການ, ຄວາມຄືບຫນ້າທີ່ໄດ້ວາງອອກ. 
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ປັບ​ປຸ​ງ​ລະ​ບົບ​ຕິດ​ຕາມກວດ​ກາ​ອາ​ຊີບ​ຫາ​ປາ​ໃຫ້​ສົມ​ບູນ​ແບບ

ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ປັບ​ປຸ​ງ​ລະ​ບົບ​ຕິດ​ຕາມກວດ​ກາ​ອາ​ຊີບ​ຫາ​ປາ​ໃຫ້​ສົມ​ບູນ​ແບບ

ຕາມການລາຍງານຂອງກອງປະຊຸມ, ໄລ່ຮອດວັນທີ 15 ພະຈິກ, ຈຳນວນກ່ຳປັ່ນຫາປ່າທີ່ພວມມີໃນປັດຈຸບັນຢູ່ທ້ອງຖິ່ນຕ່າງໆ ໄດ້ຈົດທະບຽນ ແລະ ອັບເດດທາງຖານຂໍ້ມູນອາຊີບຫາປາແຫ່ງຊາດ (VNFishbase) ແມ່ນ 79.360/79.360 ລຳ (ບັນລຸ 100%).

Top