• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຕ້ອນຮັບຫົວໜ້າອົງການ UNDP ພາກພື້ນ ອາຊີ

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຕີລາຄາສູງບົດບາດ, ການປະກອບສ່ວນຂອງອົງການ UNDP ໃນຂົງເຂດລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ເພີ່ມທະວີການບໍລິຫານ, ສ້າງຄວາມສາມາດຟື້ນຟູ...

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຕີລາຄາສູງບົດບາດ, ການປະກອບສ່ວນຂອງອົງການ UNDP ໃນຂົງເຂດລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ເພີ່ມທະວີການບໍລິຫານ, ສ້າງຄວາມສາມາດຟື້ນຟູ...

    

ທ່ານນາງ Kanni Wignaraja ແລະ ທ່ານ ບຸ່ຍແທັງເຊີນ (ພາບ: TTXVN)

ວັນທີ 28 ກໍລະກົດ, ທີ່ການຕ້ອນຮັບທ່ານນາງ Kanni Wignaraja, ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ, ຫົວໜ້າອົງການ ສປຊ ເພື່ອການພັດທະນາ (UNDP) ປະຈຳພາກພື້ນອາຊີ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຕີລາຄາສູງບົດບາດ, ການປະກອບສ່ວນຂອງອົງການ UNDP ໃນຂົງເຂດລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ເພີ່ມທະວີການບໍລິຫານ, ສ້າງຄວາມສາມາດຟື້ນຟູ, ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງທົ່ວໂລກ; ເມື່ອແລກປ່ຽນກ່ຽວກັບຈຸດສຸມການຮ່ວມມືໃນໄລຍະຈະມາເຖິງ, ທ່ານ ບຸ່ຍແທັງເຊີນ ສະເໜີໃຫ້ UNDP ລະດົມແຫຼ່ງກຳລັງ ແລະ ໃຫ້ຄຳປຶກສາທາງດ້ານນະໂຍບາຍ ເພື່ອແນໃສ່ປະຕິບັດເອກະສານໂຄງການດຳເນີນງານແຫ່ງຊາດໃຫ້ແກ່ ຫວຽດນາມ ໄລຍະ 2022 – 2026 ໃຫ້ມີປະສິດທິຜົນ ແລະ ຄົບຖ້ວນ, ສົມທົບກັບບັນດາອົງການອື່ນຂອງ ສປຊ ປະຕິບັດກອບການຮ່ວມມືພັດທະນາແບບຍືນຍົງ ຫວຽດນາມ - ສປຊ ໄລຍະ 2022 – 2026, ໃນນັ້ນ, ມີການຟື້ນຟູເສດຖະກິດ - ສັງຄົມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ລະດົມແຫຼ່ງກຳລັງ ຊ່ວຍເຫຼືອກຸ່ມທີ່ມີຄວາມສ່ຽງສູງໃນວິວັດການຟື້ນຟູ, ຫັນປ່ຽນເສດຖະກິດ - ສັງຄົມ.

        ສ່ວນທ່ານນາງ Kanni Wignaraja ກໍ່ສະແດງຄວາມປະທັບໃຈຕໍ່ຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານນາງຢັ້ງຢືນວ່າ UNDP ກຽມພ້ອມໃຫ້ການໜູນຊ່ວຍ ແລະ ຮ່ວມເດີນທາງກັບ ຫວຽດນາມ ໃນການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຂຽວ, ຍືນຍົງ ແລະ ກວມລວມ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top