• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໂອ້ລົມທາງໂທລະສັບກັບທ່ານສະມາຊິກສະພາສູງ ອາເມລິກາ Jeff Merkley

ທ່ານລັດຖະມົນຕີ ບຸຍແທັງເຊີນ ສະແດງຄວາມປາດຖະໜາວ່າ, ສະພາແຫ່ງຊາດ ອາເມລິກາ ສະໜັບສະໜູນຮັກສາການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ປະເທດ
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານສະມາຊິກສະພາສູງ Jeff Merkley (ພາບ: TTXVN)

ວັນທີ 04 ມິຖຸນາ, ຈາກ ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານສະມາຊິກສະພາສູງ Jeff Merkley, ປະທານອະນຸກຳມະການພາຍໃນ, ສິ່ງແວດລ້ອມ ແລະ ບັນດາອົງການກ່ຽວຂ້ອງຂຶ້ນກັບກຳມາທິການຈັດສັນງົບປະມານສະພາສູງ ອາເມລິກາ.

ທີ່ການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ບຸຍແທັງເຊີນ ສະແດງຄວາມປາດຖະໜາວ່າ, ສະພາແຫ່ງຊາດ ອາເມລິກາ ສະໜັບສະໜູນຮັກສາການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ປະເທດ ຕາມທິດມີສະຖຽນລະພາບ; ພ້ອມທັງສືບຕໍ່ເອົາໃຈໃສ່ສະຫງວນແຫຼ່ງກຳລັງໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ… ສ່ວນທ່ານສະມາຊິກສະພາສູງ Jeff Merkley ໄດ້ແບ່ງປັນບັນດາຄຳເຫັນຂອງລັດຖະມົນຕີຈຳນວນໜຶ່ງ ແລະ ໃຫ້ຮູ້ວ່າ, ທ່ານເອງຈະສືບຕໍ່ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ກໍຄືບັນດາຂົງເຂດຮ່ວມມືເຊິ່ງ 2 ຝ່າຍຕ່າງມີຄວາມສົນໃຈ. ທ່ານໄດ້ຢືນຢັນການສະໜັບສະໜູນຢ່າງແຮງຂອງສະພາແຫ່ງຊາດ ອາເມລິກາ ສຳລັບການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ, ມີຄວາມສະເໝີຕົ້ນສະເໝີປາຍສະໜັບສະໜູນ ຫວຽດນາມ ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ.

(ແຫຼ່ງຄັດຈາກ VOV)

ຄະ​ນະ​ຜູ້​ແທ​ນ​ຂັ້ນ​ສູງ ລາວ, ກຳ​ປູ​ເຈຍ ຈະ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້

ຄະ​ນະ​ຜູ້​ແທ​ນ​ຂັ້ນ​ສູງ ລາວ, ກຳ​ປູ​ເຈຍ ຈະ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້

ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ລາວ ໂດຍທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ທອງລຸນ ສີສຸດລິດ ຈະນຳໜ້າຄະນະມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັດປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ ແຕ່ວັນທີ 28 – 30 ເມສາ 2025;

Top