• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຕ້ອນຮັບ ແລະ ໂອ້ລົມສົນທະນາກັບລັດຖະມົນຕີການຕ່າງປະເທດ ບຣາຊິນ

ການພົວພັນ ຫວຽດນາມ - ບຣາຊິນ ພັດທະນາໂດຍອີງໃສ່ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ການຮ່ວມມື ແລະ ພັດທະນາ
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ດຳເນີນການໂອ້ລົມສົນທະນາກັບທ່ານລັດຖະມົນຕີການຕ່າງປະເທດ ບຣາຊິນ Mauro Vieira (ພາບ: baoquocte.vn)

ຕອນເຊົ້າວັນທີ 10 ເມສາ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ຕ້ອນຮັບ ແລະ ດຳເນີນການໂອ້ລົມສົນທະນາກັບທ່ານລັດຖະມົນຕີການຕ່າງປະເທດ ບຣາຊິນ Mauro Vieira, ທີ່ພວມມີການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 09 – 11 ເມສາ.

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ, ການພົວພັນ ຫວຽດນາມ - ບຣາຊິນ ພັດທະນາໂດຍອີງໃສ່ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ການຮ່ວມມື ແລະ ພັດທະນາ; ຫວຽດນາມ ຖື ບຣາຊິນ ແມ່ນຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ຢູ່ພາກພື້ນ ອາເມລິກາ ລາຕິນ, ຫວັງວ່າ, ການຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍຈະນັບມື້ນັບແໜ້ນແຟ້ນກວ່າໃນໄລຍະຈະມາເຖິງ.

ສ່ວນທ່ານລັດຖະມົນຕີ Mauro Vieira, ປາດຖະໜາຢາກຊຸກຍູ້ການຮ່ວມມືໃນທຸກດ້ານກັບ ຫວຽດນາມ, ນັບທັງຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ. ທ່ານປາດຖະໜາວ່າ ຫວຽດນາມ ຈະໜູນຊ່ວຍ ບຣາຊິນ ໃນປີເປັນປະທານ G20 ຂອງ ບຣາຊິນ ແລະ ກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ COP 30, ເຊິ່ງຈະຈັດຂຶ້ນໃນປີ 2025 ຢູ່ ບຣາຊິນ.

(ແຫຼ່ງຄັດຈາກ VOV)

ເປັນຄັ້ງທຳອິດຈັດວັນບຸນ ຫວຽດນາມ ຜາສຸກ

ເປັນຄັ້ງທຳອິດຈັດວັນບຸນ ຫວຽດນາມ ຜາສຸກ

ປີ 2025, ຫວຽດນາມ ຢືນອັນດັບທີ 46 ກ່ຽວກັບດັດຊະນີຄວາມຜາສຸກທົ່ວໂລກ, ຫຍັບຂຶ້ນ 8 ຂັ້ນເມື່ອທຽບໃສ່ປີ 2024.

Top