ຂ່າວສານ
ທ່ານລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ຕ້ອງມີຄວາມຄາດຫວັງ ແລະ ຕັດສິນໃຈນຳ ຫວຽດນາມ ກາຍເປັນສູນ logistics
ຕ້ອງ ຫັນປ່ຽນຢ່າງແຮງ ຈາກຈິນຕະນາການພັດທະນາການບໍລິການ logistics ໄປສູ່ ການສ້າງກຳລັງຄວາມສາມາດ logistics ແຫ່ງຊາດ. ນີ້ແມ່ນການປ່ຽນແປງອັນເປັນພື້ນຖານທີ່ສຸດກ່ຽວກັບສະຕິຄວາມຮັບຮູ້ ແລະ ວິທີເຂົ້າເຖິງ. ນີ້ແມ່ນຄຳເຫັນຊີ້ນຳຂອງທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ທີ່ການເຮັດວຽກກັບຄະນະພັກລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງ ກ່ຽວກັບການກຳນົດທິດພັດທະນາ logistics ແຫ່ງຊາດ ແລະ ພື້ນຖານໂຄງລ່າງ logistics, ຈັດຂຶ້ນໃນຕອນເຊົ້າວັນທີ 2 ພະຈິກຢູ່ ຮ່າໂນ້ຍ.
ຕາມທ່ານເລຂາທິການໃຫຍ່ ປະທານປະເທດ ໂຕເລີມ, ໃນເງື່ອນໄຂປະຕິບັດເປົ້າໝາຍການເຕີບໂຕ 2 ຕົວເລກ, logistics ຕ້ອງກາຍເປັນກຳລັງໜູນສ້າງການເຕີບໂຕຢ່າງແທ້ຈິງ, ຍົກສູງສະມັດຕະພາບ, ຫລຸດຜ່ອນຄ່າໃຊ້ຈາຍ, ເປີດກ້ວາງພື້ນທີ່ພັດທະນາ ແລະ ສ້າງແຫຼ່ງການເຕີບໂຕໃໝ່. ທ່ານເລຂາທິການໃຫຍ່ ປະທານປະເທດ ສະເໜີຕ້ອງມີຄວາມຄາດຫວັງ ແລະ ຕັດສິນໃຈນຳ ຫວຽດນາມ ກາຍເປັນສູນ logistics, ເປັນທາງຜ່ານ ແລະ ແຈກຢາຍສິນຄ້າສຳຄັນຂອງພາກພື້ນ ແລະ ໂລກ:
ຕ້ອງພັດທະນາເຄືອຂ່າຍ logistics ແຫ່ງຊາດເປັນເອກະພາບ, ຄົບຊຸດ, ທັນສະໄໝ ຕິດພັນກັບການຈັດຕັ້ງເຂດເສດຖະກິດຄືນໃໝ່ ແລະ ເຊື່ອມຕໍ່ກັບສາກົນ. ຕ້ອງຮັບຮູ້ວ່າ logistics ແມ່ນລະບົບເອກະພາບ ຊື່ງໃນນັ້ນ ທ່າກຳປັ່ນທະເລ, ສະໜາມບິນ, ເສັ້ນທາງລົດໄຟ, ທາງບົກ, ທາງນ້ຳ, ດ່ານຊາຍແດນ, ສູນ logistics, ເຂດອຸດສາຫະກຳ ແລະ ບັນດາເຂດຜະລິດໄດ້ໄດ້ຮັບການເຊື່ອມຕໍ່, ເຄື່ອນໄຫວຢ່າງຄົບຊຸດ, ລຸລ່ວງ, ບັນລຸປະສິດທິຜົນ.






