• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ Joe Biden ຈະເປັນປະທານກອງປະຊຸມສຸດຍອດ ອາເມລິກາ - ອາຊຽນ ໃນທ້າຍເດືອນ ມີນາ

ກອງປະຊຸມນີ້ແມ່ນໂອກາດເພື່ອສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ອາເມລິກາ ທີ່ມີຕໍ່ ອາຊຽນ ກໍຄືການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ອາເມລິກາ - ອາຊຽນ.
  ທ່ານປະທານາທິບໍດີອາເມລິກາ Joe Biden (ພາບ: Reuters)  

 ວັນທີ 28 ກຸມພາ, ທຳນຽບຂາວໄດ້ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີອາເມລິກາ Joe Biden ຈະເປັນປະທານກອງປະຊຸມສຸດຍອດ ອາເມລິກາ - ອາຊຽນ ຢູ່ນະຄອນຫຼວງ ວໍຊິງເຕັນ ໃນລະຫວ່າງວັນທີ 28 – 29 ມີນາ. ທ່ານນາງເລຂາທຳນຽບຂາວ Jen Psaki ໃຫ້ຮູ້ວ່າ ກອງປະຊຸມນີ້ແມ່ນໂອກາດເພື່ອສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ອາເມລິກາ ທີ່ມີຕໍ່ ອາຊຽນ ກໍຄືການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ອາເມລິກາ - ອາຊຽນ. ເຫດການດັ່ງກ່າວໄດ້ຈັດຂຶ້ນໃນສະພາບທ່ານປະທານາທິບໍດີ Biden ພວມຊອກຫາວິທີນຳການສ້າງການພົວພັນຢູ່ພາກພື້ນ ມະຫາສະໝຸດປາຊີຟິກ ໃຫ້ກາຍເປັນບຸລິມະສິດນະໂຍບາຍການຕ່າງປະເທດແຖວໜ້າ.

ທ່ານປະທານາທິບໍດີ Biden ເຂົ້າຮ່ວມກອງປະຊຸມສຸດຍອດ ອາເມລິກາ - ອາຊຽນ ໃນເດືອນ ຕຸລາ 2021 ແລະ ໄດ້ປະກາດໜູນຊ່ວຍຈຳນວນເງິນ 100 ລ້ານ USD ເພື່ອຊ່ວຍບັນດາປະເທດ ອາຊຽນ ກ່ຽວກັບດ້ານການແພດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການສຶກສາ ແລະ ຟື້ນຟູເສດຖະກິດຫຼັງໂລກລະບາດໂຄວິດ-19.


(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top