• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ Donald Trump ຖະແຫຼງພ້ອມແລ້ວທີ່ຈະຈັດວາງລົງໂທດ ລັດເຊຍ

ນີ້ແມ່ນສ່ວນໜຶ່ງໃນຈົດໝາຍຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ສົ່ງເຖິງບັນດາປະເທດສະມາຊິກ ນາໂຕ ແລະ ໂລກ ໂດຍໄດ້ເອົາລົງຜ່ານສື່ສັງຄົມ TruthSocial ໃນວັນທີ 13 ກັນຍາ.
ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN)

ອາເມລິກາ ພ້ອມແລ້ວທີ່ຈະຈັດວາງລົງໂທດ ລັດເຊຍ ເມື່ອສຳພັນທະມິດທັງໝົດໃນພັນທະມິດການທະຫານ ອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ເຫັນດີ ແລະ ມີການກະທຳທີ່ຄ້າຍຄືກັນ, ກໍ່ຄືໃນທັນທີທີ່ບັນດາສະມາຊິກ ນາໂຕ ຢຸດຕິການຊື້ນ້ຳມັນຈາກ ລັດເຊຍ. ນີ້ແມ່ນສ່ວນໜຶ່ງໃນຈົດໝາຍຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ສົ່ງເຖິງບັນດາປະເທດສະມາຊິກ ນາໂຕ ແລະ ໂລກ ໂດຍໄດ້ເອົາລົງຜ່ານສື່ສັງຄົມ TruthSocial ໃນວັນທີ 13 ກັນຍາ.

ໃນບົດຂຽນ, ທ່ານ Donald Trump ກໍ່ສະເໜີໃຫ້ ນາໂຕ, ດ້ວຍຖານະເປັນກຸ່ມໜຶ່ງ, ຄວນຈັດວາງອັດຕາພາສີແຕ່ 50 – 100% ສຳລັບ ຈີນ, ເພື່ອເຮັດໃຫ້ຜົນສະທ້ອນດ້ານເສດຖະກິດຂອງ ຈີນ ຕໍ່ກັບ ລັດເຊຍ ຫຼຸດລົງ. ຈີນ ແມ່ນໜຶ່ງໃນບັນດາປະເທດຊື້ນ້ຳມັນຂອງ ລັດເຊຍ ຫຼາຍທີ່ສຸດ. ບັນດາອັດຕາພາສີດັ່ງກ່າວຈະໄດ້ຖອນຄືນທັງໝົດພາຍຫຼັງທີ່ການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ສິ້ນສຸດລົງ.

(ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top