• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ ສ.ເກົາຫຼີ ຍ້ອງຍໍຊົມເຊີຍ ການພົວພັນ ຫວຽດນາມ - ສ.ເກົາຫຼີ

ຕອນບ່າຍວັນທີ 7 ພະຈິກ, ເມື່ອກ່າວຄໍາເຫັນທີ່ມີສ່ວນກ່ຽວຂ້ອງເຖິງການພົວພັນ ລະຫວ່າງຫວຽດນາມ - ສ.ເກົາຫຼີ ໃນປັດຈຸບັນ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ຖືວ່າ ການພົວພັນລະຫວ່າງສອງປະເທດພວມພັດທະນາຢູ່ໃນລະດັບດີທີ່ສຸດໃນທຸກຂົງເຂດ.

ທ່ານປະທານາທິບໍດີ Moon Jae – in ແລະ ທ່ານ  ຫງວຽນດຶກເລີ້ຍ, ຜູ້ອໍານວຍການໃຫຍ່ສໍານັກຂ່າວສານ ຫວຽດນາມ (ພາບ: TTXVN)

ທ່ານປະທານາທິບໍດີ Moon Jae – in ໄດ້ຍົກອອກການຕີລາຄາຄືດັ່ງກ່າວໃນການຕ້ອນຮັບຄະນະການນໍາບັນດາອົງການສໍານັກຂ່າວສານຢູ່ພາກພື້ນ ອາຊີ - ປາຊີຟິກ ຢູ່ນະຄອນຫຼວງ ເຊີອູນ ເຊິ່ງມີການເຂົ້າຮ່ວມຂອງທ່ານ ຫງວຽນດຶກເລີ້ຍ, ຜູ້ອໍານວຍການໃຫຍ່ສໍານັກຂ່າວສານ ຫວຽດນາມ. ນະທີ່ນີ້, ທ່ານປະທານາທິບໍດີ ສ.ເກົາຫຼີ ຖືວ່າ ຫວຽດນາມ ແລະ ສ.ເກົາຫຼີ ມີຈຸດຄ້າຍຄືກັນຫຼາຍຢ່າງ, ພິເສດແມ່ນກ່ຽວກັບດ້ານວັດທະນະທໍາ, ພ້ອມທັງສະແດງຄວາມຫວັງວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງ ສ.ເກົາຫຼີ ກັບ ອາຊຽນໃຫ້ຫຼາຍກວ່າອີກ.

        ທີ່ການຕ້ອນຮັບດັ່ງກ່າວ, ທ່ານປະທານາທິບໍດີ ສ.ເກົາຫຼີ ກໍໄດ້ເຕື້ອງເຖິງບາງບັນຫາຂອງພາກພື້ນ ແລະ ສາກົນ.

        ການຕ້ອນຮັບດ່ັງກ່າວ ໄດ້ດໍາເນີນຢູ່ນອກກອງປະຊຸມສະມັດຊາໃຫຍ່ ອົງການບັນດາສໍານັກຂ່າວສານ ອາຊີ - ປາຊີຟິກ (OANA) ຄັ້ງທີ 17 ເຊິ່ງໄດ້ດໍາເນີນຢູ່ ເຊີອູນ ໃນລະຫວ່າງວັນທີ 7 – 8 ພະຈິກ.

(ແຫຼ່ງຄັດຈາກ VOV)

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top