• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ ລັດເຊຍ ປະກາດວັນທີ 24 ມີນາ ແມ່ນວັນໄວ້ທຸກທົ່ວປະເທດ ພາຍຫຼັງເຫດກໍ່ການຮ້າຍຢູ່ ມົດສະກູ

ແລະກໍ່ໃນວັນດຽວກັນ, ທ່ານນາງ Maria Zakharova, ໂຄສົກຂອງກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ບັນດາອົງການພິເສດ ແລະ ປະຕິບັດກົດໝາຍຂອງລັດເຊຍ ພວມສືບສວນເຫດບຸກໂຈມຕີ ແລະ ບັນດາກໍ່ໃຫ້ເກີດໂທດກຳນີ້ຈະຕ້ອງຖືກປັບໄໝລົງໂທດຕາມກົດໝາຍ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ Kremlin.ru)

ວັນທີ 23 ມີນາ, ກ່າວຄຳເຫັນຜ່ານຊ່ອງໂທລະພາບແຫ່ງຊາດ ພາຍຫຼັງເຫດບຸກໂຈມຕີຢູ່ໂຮງລະຄອນ Crocus City Hall ທີ່ນະຄອນຫຼວງ ມົດສະກູ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ປະກາດວ່າ: ວັນທີ 24 ມີນາ ແມ່ນວັນໄວ້ທຸກທົ່ວປະເທດ ເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍໃນເຫດກໍ່ການຮ້າຍທີ່ນອງເລືອດນີ້. ຕາມບົດລາຍງານອັບເດດຂອງຄະນະກຳມະການສືບສວນສະຫະພັນລັດເຊຍ, ຮອດຕອນຄ່ຳວັນທີ 23 ມີນາ, ຈຳນວນຜູ້ເສຍຊີວິດແມ່ນ 133 ຄົນ.

ແລະກໍ່ໃນວັນດຽວກັນ, ທ່ານນາງ Maria Zakharova, ໂຄສົກຂອງກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ບັນດາອົງການພິເສດ ແລະ ປະຕິບັດກົດໝາຍຂອງລັດເຊຍ ພວມສືບສວນເຫດບຸກໂຈມຕີ ແລະ ບັນດາກໍ່ໃຫ້ເກີດໂທດກຳນີ້ຈະຕ້ອງຖືກປັບໄໝລົງໂທດຕາມກົດໝາຍ. ທ່ານນາງເນັ້ນໜັກວ່າ ລັດເຊຍ “ສະໜັບສະໜູນທຸກຄວາມມານະພະຍາຍາມເພື່ອຕ້ານຄືນລັດທິກໍ່ການຮ້າຍສາກົນ ແລະ ກ່າວປະນາມການກະທຳນີ້ພາຍໃຕ້ທຸກຮູບການ ແລະ ການສະແດງ ກໍ່ຄືບໍ່ວ່າສະຖານທີ່ໃດໆທີ່ມີການກໍ່ການຮ້າຍ”.

(ແຫຼ່ງຄັດຈາກ VOV)

ສ້າງສະພາບແວດລ້ອມປອດໂປ່ງໃຫ້ແກ່ສູນການເງິນສາກົນຢູ່ ຫວຽດນາມ

ສ້າງສະພາບແວດລ້ອມປອດໂປ່ງໃຫ້ແກ່ສູນການເງິນສາກົນຢູ່ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ, ຫວຽດນາມ ຢາກພັດທະນາແມ່ນຕ້ອງມີທຶນ; ແລະ ໜຶ່ງໃນບັນດາແຫຼ່ງກຳລັງດ້ານການເງິນແມ່ນມາຈາກສູນການເງິນສາກົນ.

Top