ວັນທີ 22 ເມສາ, ທ່ານ Volodymyr Zelenskiy, ປະທານາທິບໍດີ ຢູແກຼນ ໄດ້ຮຽກຮ້ອງໃຫ້ເຊື່ອມຕໍ່ບັນດາການເຈລະຈາ 3 ຝ່າຍກັບ ລັດເຊຍ ແລະ ອາເມລິກາ ຄືນໃໝ່, ໃນຄວາມມານະພະຍາຍາມຊອກຫາມາດຕະການຢຸດຕິການປະທະກັນທີ່ແກ່ຍາວເປັນເວລາເກືອບ 5 ປີຜ່ານມາ.
ຕາມການນຳ ຢູແກຼນ ແລ້ວ, ປະເທດນີ້ພ້ອມແລ້ວທີ່ຈະເຂົ້າຮ່ວມການເຈລະຈາດ້ວຍທຸກຮູບແບບ ແລະ ໃນບໍ່ວ່າຈຸດເວລາໃດ, ແຕ່ເລື່ອງຈັດການເຈລະຈານັ້ນແມ່ນຂຶ້ນກັບບັນດາຝ່າຍທີ່ກ່ຽວຂ້ອງ. ທ່ານກໍ່ໃຫ້ຮູ້ວ່າ ມີສະຖານທີ່ມີຄວາມສາມາດບົ່ມຊ້ອນຈຳນວນໜຶ່ງພວມໄດ້ຮັບການຄິດໄລ່ເຖິງ, ໃນນັ້ນ, ມີ ຕວັກກີ ແລະ ບັນດາປະເທດ ຕາເວັນອອກກາງ, ດ້ວຍເງື່ອນໄຂຮັບປະກັນຄວາມປອດໄພ.
ໃນເຫດການທີ່ກ່ຽວຂ້ອງ, ບັນດານັກການທູດ ສະຫະພາບ ເອີລົບ (ອີຢູ) ໃຫ້ຮູ້ວ່າ, ວັນທີ 22 ເມສາ, ບັນດາປະເທດສະມາຊິກສາມາດບັນລຸໄດ້ຄວາມເຫັນດີເຫັນພ້ອມໃນເບື້ອງຕົ້ນກ່ຽວກັບການຮັບຮອງເອົາບ້ວງເງິນກູ້ຢຶມ 90 ຕື້ ເອີໂລ (ເທົ່າກັບ 106 ຕື້ USD) ໃຫ້ແກ່ ຢູແກຼນ. ສະເພາະ ຮຸງກາຣີ ມີເວລາ 24 ຊົ່ວໂມງເພື່ອອອກຄຳຕັດສິນສຸດທ້າຍ.








