• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີທີ່ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງອາເມລິກາປະກາດຄະນະປະຕິບັດງານຮັບມືກັບໂລກລະບາດໂຄວິດ-19

      ທ່ານປະທານາທິບໍດີທີ່ຫາກໍ່ຮັບໄຊຊະນະໃນການເລືອກຕັ້ງອາເມລິກາ Joe Biden ໄດ້ປະກາດຄະນະປະຕິບັດງານຮັບຜິດຊອບປະຕິກິລິຍາພິເສດຂອງອຳນາດການປົກຄອງໃໝ່ ທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19.

ທ່ານ Xavier Becerra ຫົວໜ້າອົງການໄອຍະການລັດ California
ດຳລົງຕຳແໜ່ງລັດຖະມົນຕີກະຊວງສາທາລະນະສຸກ ແລະ ການບໍລິການຊີວິດມະນຸດ
(ພາບ: nbcnews.com)
      ຕອນເຊົ້າວັນທີ 09 ທັນວາ (ຕາມເວລາຫວຽດນາມ), ທ່ານປະທານາທິບໍດີທີ່ຫາກໍ່ຮັບໄຊຊະນະໃນການເລືອກຕັ້ງອາເມລິກາ Joe Biden ໄດ້ປະກາດຄະນະປະຕິບັດງານຮັບຜິດຊອບປະຕິກິລິຍາພິເສດຂອງອຳນາດການປົກຄອງໃໝ່ ທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19. ທີ່ກອງປະຊຸມຂ່າວຢູ່ Delaware, ທ່ານ Joe Biden ໄດ້ແນະນຳທ່ານ Xavier Becerra ຫົວໜ້າອົງການໄອຍະການລັດ California ດຳລົງຕຳແໜ່ງລັດຖະມົນຕີກະຊວງສາທາລະນະສຸກ ແລະ ການບໍລິການຊີວິດມະນຸດ; ທ່ານປະລິນຍາເອກ Rochelle Walensk ດຳລົງຕຳແໜ່ງເປັນຫົວໜ້າສູນຄວບຄຸມ ແລະ ສະກັດກັ້ນໂລກລະບາດອາເມລິກາ; ທ່ານປະລິນຍາເອກ Athony Fauci - ນັກຊ່ຽວຊານແຖວໜ້າອາເມລິກາ ກ່ຽວກັບພະຍາດຕິດແປດ ດຳລົງຕຳແໜ່ງເປັນທີ່ປຶກສາໃນບັນຫາໂຄວິດ-19. ສິ່ງທີ່ໜ້າສົນໃຈ, ທ່ານທີ່ປຶກສາດ້ານເສດຖະກິດ Jeff Zients ໄດ້ຄັດເລືອກໃຫ້ເປັນຜູ້ຮັບຜິດຊອບໃນການຮັບມືກັບໂລກລະບາດ.
        ຕາມທ່ານ Joe Biden ແລ້ວ, ນີ້ “ບໍ່ແມ່ນຖະແຫຼງການທາງດ້ານການເມືອງ ຫາກຍັງແມ່ນການກະທຳຮັກຊາດ”. ທ່ານ Biden ກໍ່ຮຽກຮ້ອງໃຫ້ສະພາແຫ່ງຊາດ ໃຫ້ສັດຕະຍາບັນບ້ວງງົບປະມານຢ່າງພຽງພໍເພື່ອຮັບປະກັນການແຈກຢາຍວັກຊິນ ໃນທົ່ວປະເທດ.
(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top