ຂ່າວສານ
ທ່ານປະທານອົງການໄອຍະການ ປະຊາຊົນນສູງສຸດ ຫວຽດນາມ ເລມິງຈີ໊ ເຂົ້າຢ້ຽມຂ່ຳນັບ ທ່ານເລຂາທິການໃຫຍ່-ປະທານປະເທດ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ

ທ່ານປະທານອົງການໄອຍະການ ປະຊາຊົນສູງສຸດ ຫວຽດນາມ ເລມິງຈີ໊ ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່,
ປະທານປະເທດ ລາວ ບຸນຍັງ ວໍລະຈິດ
ທີ່ບັນດາການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ກໍລ້ວນແຕ່ຖືວ່າການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ຈະປະກອບສ່ວນຊຸກຍູ້ ການພົວພັນຮ່ວມມືລະຫ່ວາງຂະແໜງການໄອຍະການເວົ້າສະເພາະ ແລະ ການພົວພັນຮ່ວມມືລະຫວ່າງສອງປະເທດເວົ້າລວມໃຫ້ດີກ່ວາອີກ.
ສ່ວນທ່ານປະທານອົງການໄອຍະການ ປະຊາຊົນສູງສຸດ ຫວຽດນາມ ເລມິງຈີ໊ ໃຫ້ຮູ້ວ່າເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ສັນຍາໜູນຊ່ວຍດ້ານຍຸຕິທຳລະຫວ່າງ ລາວ ແລະ ຫວຽດນາມ ຈະໄດ້ເຊັນກັນ ເຊິ່ງເປັນພື້ນຖານເພື່ອຫັນການພົວພັນຮ່ວມມືລະຫ່ວາງຂະແໜງການໄອຍະການສອງປະເທດ ໃຫ້ປະກົດຜົນເປັນຈິງ. ທ່ານ ເລມິງຈີ໊ ຢັ້ງຢືນວ່າພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນບັນດາບົດຮຽນກັບຂະແໜງການໄອຍະການປະຊາຊົນຂອງ ລາວ
(ແຫຼ່ງຄັດຈາກ VOV)