ຂ່າວສານ

ທ່ານປະທານອົງການໄອຍະການ ປະຊາຊົນນສູງສຸດ ຫວຽດນາມ ເລມິງຈີ໊ ເຂົ້າຢ້ຽມຂ່ຳນັບ ທ່ານເລຂາທິການໃຫຍ່-ປະທານປະເທດ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ

      ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ໃນລະຫວ່າງວັນທີ 7-9 ມັງກອນ ຢູ່ ລາວ, ຕອນບ່າຍວັນທີ 7 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານອົງການໄອຍະການ ປະຊາຊົນສູງສຸດ ຫວຽດນາມ ເລມິງຈີ໊ ແລະ ຄະນະປະຕິບັດງານໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່-ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້. 

ທ່ານປະທານອົງການໄອຍະການ ປະຊາຊົນສູງສຸດ ຫວຽດນາມ ເລມິງຈີ໊ ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່,
ປະທານປະເທດ ລາວ ບຸນຍັງ ວໍລະຈິດ 
      ທີ່ບັນດາການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ກໍລ້ວນແຕ່ຖືວ່າການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ຈະປະກອບສ່ວນຊຸກຍູ້ ການພົວພັນຮ່ວມມືລະຫ່ວາງຂະແໜງການໄອຍະການເວົ້າສະເພາະ ແລະ ການພົວພັນຮ່ວມມືລະຫວ່າງສອງປະເທດເວົ້າລວມໃຫ້ດີກ່ວາອີກ.
            ສ່ວນທ່ານປະທານອົງການໄອຍະການ ປະຊາຊົນສູງສຸດ ຫວຽດນາມ ເລມິງຈີ໊ ໃຫ້ຮູ້ວ່າເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ສັນຍາໜູນຊ່ວຍດ້ານຍຸຕິທຳລະຫວ່າງ ລາວ ແລະ ຫວຽດນາມ ຈະໄດ້ເຊັນກັນ ເຊິ່ງເປັນພື້ນຖານເພື່ອຫັນການພົວພັນຮ່ວມມືລະຫ່ວາງຂະແໜງການໄອຍະການສອງປະເທດ ໃຫ້ປະກົດຜົນເປັນຈິງ. ທ່ານ ເລມິງຈີ໊ ຢັ້ງຢືນວ່າພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນບັນດາບົດຮຽນກັບຂະແໜງການໄອຍະການປະຊາຊົນຂອງ ລາວ
 (ແຫຼ່ງຄັດຈາກ VOV)

top