• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ: ໜູນຊ່ວຍແຂວງ ເບັນແຈ ພັດທະນາພ້ອມກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

ໃນໄລຍະຈະມາເຖິງນີ້, ກົມການເມືອງຈະເຊັນປະກາດໃຊ້ມະຕິກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ໃນນັ້ນມີແຂວງ ເບັນແຈ.
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເປັນປະທານການເຮັດວຽກ (ພາບ: baodongkhoi.vn)  

ຕອນບ່າຍວັນທີ 01 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານການເຮັດວຽກກັບການນຳຄະນະພັກແຂວງ ເບັນແຈ ກ່ຽວກັບເລື່ອງສະເໜີບາງລາຍການ, ໂຄງການສຳຄັນຂອງແຂວງ ແນໃສ່ເພີ່ມເຕີມເຂົ້າບັນຊີລາຍຊື່ໂຄງການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ ຕາມມະຕິເລກທີ 43 ຂອງສະພາແຫ່ງຊາດ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ເນັ້ນໜັກວ່າ:

ແຂວງ ເບັນແຈ ອັບເດດມະຕິຂອງແຂວງ, ອົງຄະນະພັກແລ້ວ ແລະ ມາຮອດປະຈຸບັນ ຕ້ອງເອົາໃຈໃສ່ເຖິງວຽກງານວາງແຜນຜັງ, ຕາມກົດໝາຍວ່າດ້ວຍຜັງເມືອງໃໝ່. ທາງແຂວງຕ້ອງສືບຕໍ່ຄຸ້ມຄອງຢ່າງແໜ້ນແຟ້ນ, ຖ້າມີຄວາມຈຳເປັນຕ້ອງດັດປັບການວາງແຜນຕາມມະຕິຂອງຄະນະປະຈຳສະພາແຫ່ງຊາດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຕໍ່ໜ້າ, ແຕ່ກໍ່ຕ້ອງມານະພະຍາຍາມສຸມໃສ່ການສ້າງແຜນການໄລຍະ 5 ປີ. ທີ 2 ແມ່ນວຽກງານກະກຽມການລົງທຶນ, ໂຄງການ, ແຜນຮ່າງ ເພື່ອສາມາດລະດົມ, ເຊື້ອເຊີນນັກວິທະຍາສາດ, ນັກຊ່ຽວຊານຕື່ມອີກ.”

ໃນໄລຍະຈະມາເຖິງນີ້, ກົມການເມືອງຈະເຊັນປະກາດໃຊ້ມະຕິກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ໃນນັ້ນມີແຂວງ ເບັນແຈ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top