• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເດີນທາງໄປຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມ AIPA 43

ການນຳສະພາແຫ່ງຊາດ 2 ປະເທດໄດ້ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດໃນໄລຍະຜ່ານມາ.

ການນຳສະພາແຫ່ງຊາດ 2 ປະເທດໄດ້ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດໃນໄລຍະຜ່ານມາ.

  ທີ່ການເຈລະຈາ (ພາບ: TTXVN)  

ວັນທີ 19 ພະຈິກ, ທ່ານປະທານສະແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເດີນທາງໄປຮອດລາຊະອານາຈັກ ກຳປູເຈຍ, ເລີ່ມຕົ້ນການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 43 (AIPA 43) ຢູ່ ກຳປູເຈຍ.

ໃນການເຈລະຈາໃນຂອບເຂດການຢ້ຽມຢາມລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການລະຫວ່າງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin, ການນຳສະພາແຫ່ງຊາດ 2 ປະເທດໄດ້ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດໃນໄລຍະຜ່ານມາ; ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງເພີ່ມທະວີການຮ່ວມມືລັດຖະສະພານັບທັງ 2 ຝ່າຍ ແລະ ຫຼາຍຝ່າຍ. ການນຳ 2 ທ່ານໄດ້ເຫັນດີສ້າງເງື່ອນໄຂໃຫ້ຈັດກອງປະຊຸມກຸ່ມສະມາຊິກລັດຖະສະພາຂອງສະພາແຫ່ງຊາດ 2 ປະເທດໃນທ້າຍປີ 2022 ຢູ່ພາກກາງ ຫວຽດນາມ (ເດືອນ ທັນວາ 2022), ເພື່ອແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບຂົງເຂດເສດຖະກິດ, ການເງິນ. 2 ຝ່າຍສົມທົບກັນຕິດຕາມກວດກາ, ກະຕຸກຊຸກຍູ້ການປະຕິບັດບັນດາສົນທິສັນຍາສາກົນ, ຂໍ້ຕົກລົງສາກົນ 2 ຝ່າຍ ແລະ ຫຼາຍຝ່າຍ ເຊິ່ງ 2 ປະເທດ ໄດ້ລົງນາມ ຫຼື ລ້ວນແຕ່ເປັນສະມາຊິກ.

ສິ້ນສຸດການພົບປະເຈລະຈາ, ການນຳ 2 ທ່ານໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ກຳປູເຈຍ ແລະ ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງຄະນະເລຂາສະພາແຫ່ງຊາດຂອງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ທ່ານນາງ Pauline Tamesis ເນັ້ນໜັກວ່າ ສຳລັບ ຫວຽດນາມ, ເລືື່ອງເປັນເຈົ້າພາບຈັດເຫດການລົງນາມນີ້ແມ່ນຂີດໝາຍທີ່ຟົດຟື້ນ ໃນເສັ້ນທາງ 47 ປີແຫ່ງວັນຮ່ວມມືກັບ ສປຊ.

Top