• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄປອວຍພອນບຸນເຕັດຢູ່ ນະຄອນຫລວງ ຮ່າໂນ້ຍ

ເນື່ອງໃນໂອກາດບຸນເຕັດປີມະໂລງ 2024, ຕອນບ່າຍວັນທີ 7 ກຸມພາ ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມເວືອງດິ່ງເຫວະ ໄດ້ລົງອວຍພອນບຸນເຕັດອຳນາດການປົກຄອງ ແລະ ປະຊາຊົນ ນະຄອນຫລວງ ຮ່າໂນ້ຍ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ອວຍພອນບຸນເຕັດພະນັກງານຫລັກແຫລ່ງນະຄອນຫລວງ ຮ່າໂນ້ຍ

ທ່ານປະທານສະພາແຫ່ງຊາດ ຕີລາຄາວ່າ ປີຜ່ານມາ ເສດຖະກິດ - ສັງຄົມຂອງຮ່າໂນ້ຍ ໄດ້ປະຕິບັດສຳເລັດຄາດໝາຍວາງອອກເກືອບທັງໝົດ, ບັນດາຂົງເຂດວັດທະນະທຳ, ສັງຄົມ ໄດ້ຮັບຄວາມເອົາໃຈໃສ່ເພື່ອພັດທະນາ. ຂົງເຂດທ່ອງທ່ຽວໄດ້ຮັບການຟື້ນຟູຢ່າງແຮງ, ກາຍເປັນ ຈຸດເດັ່ນ ຂອງທັງປະເທດ; ພື້ນຖານໂຄງລ່າງຄົມມະນາຄົມໄດ້ຮັບການລົງທຶນຢ່າງຄົບຊຸດ, ມີຫລາຍກິດຈະກຳສຳຄັນໄດ້ເລີ່ມລົງມືກໍ່ສ້າງ, ແລະ ໄດ້ນຳເຂົ້າໃຊ້ການ.

ໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຮຽກຮ້ອງນະຄອນຫລວງຮ່າໂນ້ຍ ຕ້ອງສ້າງບັນດາຍຸດທະສາດພັດທະນາໂດຍມີວິໄສທັດຍາວໄກ, ສຸມໃສ່ພັດທະນານະຄອນຫລວງໃຫ້ກາຍເປັນນະຄອນເພື່ອສັນຕິພາບ, ປະດິດຄິດສ້າງ, ສູນກາງດ້ານການເມືອງ, ວັດທະນະທຳ, ການສຶກສາ ແລະບຳລຸງສ້າງ, ວິທະຍາສາດເຕັກໂນໂລຊີ, ເສດຖະກິດ ແລະ ການເຊື່ອມໂຍງເຂົ້າກັບສາກົນ,ເປັນກຳລັງຫນູນຊຸກຍູ້ເຂດທົ່ງພຽງແມ່ນ້ຳແດງ, ເຂດເສດຖະກິດຈຸດສຸມຂອງພາກເຫນືອ ແລະ ທັງປະເທດ, ພັດທະນາໃຫ້ທັດທຽມກັບ ນະຄອນຫລວງ ບັນດາປະເທດອື່ນໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ຮ່ວມ​ມື ຫວຽດ​ນາມ ກົດ​ດີ​ວົວ​ເຂົ້າ​ສູ່​ລວງ​ເລິກ, ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

ຊຸກ​ຍູ້​ການ​ຮ່ວມ​ມື ຫວຽດ​ນາມ ກົດ​ດີ​ວົວ​ເຂົ້າ​ສູ່​ລວງ​ເລິກ, ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

ການ​ຢ້ຽມ​ຢາມ​ໄດ້​ດຳ​ເນີນ​ພາຍຫຼັງ​ຂີດ​ໝາຍ​ປະ​ຫວັດ​ສາດ​ສອງ​ປະ​ເທດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ(6/10/1975 - 6/10/2025)

Top