• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຮັດວຽກກັບສະຖາບັນຄົ້ນຄ້ວານິຕິບັນຍັດ

ວຽກງານນິຕິບັນຍັດ ຫຼື ການຕັດສິນບັນດາບັນຫາສຳຄັນລ້ວນແຕ່ຕ້ອງອີງໃສ່ພື້ນຖານດ້ານການເມືອງ, ຫຼັກຖານດ້ານວິທະຍາສາດ, ຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳຕົວຈິງ.

ວຽກງານນິຕິບັນຍັດ ຫຼື ການຕັດສິນບັນດາບັນຫາສຳຄັນລ້ວນແຕ່ຕ້ອງອີງໃສ່ພື້ນຖານດ້ານການເມືອງ, ຫຼັກຖານດ້ານວິທະຍາສາດ, ຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳຕົວຈິງ.

    

ການເຮັດວຽກຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກັບສະຖາບັນຄົ້ນຄ້ວານິຕິບັນຍັດ

(ພາບ:TTXVN)

ວັນທີ 29 ກໍລະກົດ, ທີ່ການເຮັດວຽກກັບສະຖາບັນຄົ້ນຄ້ວານິຕິບັນຍັດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເນັ້ນໜັກວ່າ: ວຽກງານນິຕິບັນຍັດ ຫຼື ການຕັດສິນບັນດາບັນຫາສຳຄັນລ້ວນແຕ່ຕ້ອງອີງໃສ່ພື້ນຖານດ້ານການເມືອງ, ຫຼັກຖານດ້ານວິທະຍາສາດ, ຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳຕົວຈິງ. ໂດຍແມ່ນອົງການຄົ້ນຄ້ວາຂອງສະພາແຫ່ງຊາດ, ສະຖາບັນຄົ້ນຄ້ວານິຕິບັນຍັດຕ້ອງສືບຕໍ່ເອົາໃຈໃສ່, ເພີ່ມທະວີກຳລັງຄວາມສາມາດມີລັກສະນະໄລຍະຍາວ; ຍູ້ແຮງການຮ່ວມມືສາກົນ; ມີກົນໄກສົມທົບຢ່າງແໜ້ນແຟ້ນກັບສະມາຄົມທະນາຍຄວາມ ເພື່ອຄົ້ນຄ້ວາ, ປະກອບຄຳເຫັນໃສ່ບັນດາມາດຕາໃນກົດໝາຍສຳຄັນ.

        ທ່ານຍັງໃຫ້ຮູ້ວ່າ: ທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຈະມາເຖິງ, ສະພາແຫ່ງຊາດຈະສຸມໃສ່ວຽກງານນິຕິບັນຍັດ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 13 ສະບັບ, ໃນນັ້ນມີບັນດາຮ່າງກົດໝາຍປັບປຸງ, ມີບັນດາຮ່າງກົດໝາຍໄດ້ປະກອບຄຳເຫັນເປັນຄັ້ງທຳອິດ. ສຳລັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີວ່າ: ສະຖາບັນຄົ້ນຄ້ວານິຕິບັນຍັດພິຈາລະນາຢ່າງຮີບດ່ວນ, ຕີລາຄາ, ສະໜອງເຫດຜົນອ້າງອີງທາງວິທະຍາສາດຕໍ່ບັນດາຮ່າງກົດໝາຍສຳຄັນເຫຼົ່ານີ້.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top