ຂ່າວສານ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເດີນທາງມາຮອດ ນະຄອນຫລວງ ປັກກິ່ງ ເລີ່ມຕົ້ນການຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ
ມາຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢູ່ ສະຫນາມບິນສາກົນ ນະຄອນຫລວງ ປັກກິ່ງ ມີທ່ານ Wang Dongminh ຮອງປະທານສະພາປະຊາຊົນແຫ່ງຊາດຈີນ, ທ່ານ He Xiaoli ຮອງເລຂາທິການ ສະພາປະຊາຊົນແຫ່ງຊາດຈີນ, ທ່ານ Wang Wen ຫົວຫນ້າກົມພົວພັນຕ່າງປະເທດຂອງສະພາປະຊາຊົນແຫ່ງຊາດຈີນ ແລະ ເຈົ້າຫນ້າທີ່ຂັ້ນສູງຂອງສະພາປະຊາຊົນແຫ່ງຊາດຈີນ ຈຳນວນຫນຶ່ງ. ທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດ ຫວຽດນາມ ພ້ອມດ້ວຍບັນດາພະນັກງານສະຖານທູດ ແລະ ປະຊາຊົນຊາວຫວຽດນາມ ພວມອາໄສຢູ່ ຈີນ ມາຕ້ອນຮັບຄະນະຜູ້ແທນຫວຽດນາມ.
ໃນການຢ້ຽມຢາມຈີນ ຄັ້ງນີ້ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະມີການພົບປະສົນທະນາ, ເຈລະຈາກັບການນຳຂັ້ນສູງ ຈີນ, ເຂົ້າຮ່ວມບັນດາເວທີປາໄສນະໂຍບາຍ, ພົບປະແລກປ່ຽນມິດຕະພາບ ປະຊາຊົນ ຫວຽດນາມ - ຈີນ, ພົບປະສົນທະນາ, ຕ້ອນຮັບການນຳບັນດາກຸ່ມບໍລິສັດໃຫຍ່ ແລະ ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳຈີນ, ພົບປະກັບຊາວຫວຽດນາມ ອາໄສຢູ່ ຈີນ..