• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ອວຍພອນວັນຊາດປະເທດສາທາລະນະລັດໂອຕາລິດ

      ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີ ແຫ່ງວັນຊາດປະເທດສາທາລະນະລັດ ໂອຕາລິດ (26/10/1955 – 26/10/2021), ວັນທີ 26 ຕຸລາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານ Wolfgang Sobotka, ປະທານສະພາແຫ່ງລັດ ສາທາລະນະລັດ ໂອຕາລິດ.
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ
      ໃນໂທລະເລກ, ທ່ານປະທານສະພາແຫ່ງຊາດໄດ້ເນັ້ນໜັກວ່າ ໃນປີ 2022 ຫວຽດນາມ ແລະ ໂອຕາລິດຈະຈັດຕັ້ງສະເຫຼີມສະຫຼອງ 50ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ສະເໜີໃຫ້ສະພາແຫ່ງຊາດ ແລະ ລັດຖະບານ 2 ປະເທດ ຈົ່ງດຳເນີນການເຄື່ອນໄຫວຕ່າງໆ ທີ່ມີຄວາມໝາຍຢ່າງແທດຈິ່ງ ເພື່ອຊົມເຊີຍເຫດການສຳຄັນນີ້. ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ເຊື່ອໝັ້ນຢ່າງແນວແນ່ວ່າ ດ້ວຍຄວາມຕັດສິນໃຈ ຂອງການນຳຂັ້ນສູງ 2 ປະເທດ, ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ໂອຕາລິດ ແລະ ລະຫວ່າງ ບັນດາອົງການນິຕິບັນຍັດ 2 ປະເທດຈະສືບຕໍ່ຍູ້ແຮງກ່ວາອີກຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດຢ່າງແທດຈິ່ງຂອງປະຊາຊົນ 2ປະເທດ, ເພື່ອ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top