ການຢ້ຽມຢາມໄດ້ ປະກອບສ່ວນປັບປຸງຄວາມຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືລັດຖະສະພາເລິກເຊິ່ງຂຶ້ນຕືມ ແລະ ສ້າງກຳລັງໜູນຕື່ມອີກເພື່ອນຳການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ມົງໂກລີ ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.
ກ່ອນໜ້ານັ້ນ, ໃນຕອນເຊົ້າດຽວກັນ (ເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ, ພ້ອມກັບທ່ານປະທານສະພາແຫ່ງຊາດ ມົງໂກນລີ Sandag Byambatsogt ແລະ ພັນລະຍາ ເຂົ້າຮ່ວມກິດຈະກຳວັດທະນະທຳພື້ນເມືອງຂອງຊາວ ມົງໂກນລີ ຢູ່ເຂດປະສົມ Chingisiin Khaanii Khuree.






