• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ລົງຢ້ຽມຢາມ, ອວຍພອນບຸນເຕັດ ພະນັກງານ, ທະຫານປ້ອງກັນຊາຍແດນ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕີລາຄາສູງ ແລະ ຍ້ອງຍໍບັນດາຜົນງານຊື່ງກຳລັງທະຫານປ້ອງກັນຊາຍແດນບັນລຸໄດ້ໃນໄລຍະຜ່ານມາ. ກຳລັງທະຫານປ້ອງກັນຊາຍແດນ ສືບຕໍ່ຜັນຂະຫຍາຍບັນດາຄຳສັ່ງ, ມະຕິຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ກ່ຽວກັບຫນ້າທີ່ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ການນຳກອງບັນຊາການທະຫານປ້ອງກັນຊາຍແດນ. ພາບ:Nhan Sáng-TTXVN

ເນື່ອງໃນໂອກາດບຸນເຕັດປີມະໂລງ 2024, ສະເຫລີມສະຫລອງ 94 ປີແຫ່ງວັນສ້າງຕັ້ງພັກກອມມູນິດ (3/2/1945-3/2/2024), ສະເຫລີມສະຫລອງ 65 ປີແຫ່ງວັນມູນເຊື້ອຂອງທະຫານປ້ອງກັນຊາຍແດນ (03/3/1959 - 03/3/2024), 35 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາຍແດນ(03/3/1989 - 03/3/2024), ຕອນບ່າຍວັນທີ  1 ກຸມພາ, ຢູ່ກອງບັນຊາການທະຫານປ້ອງກັນຊາຍແດນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດພະນັກງານ, ທະຫານປ້ອງກັນຊາຍແດນ. ການພົບປະນີ້ໄດ້ເຊື່ອມຕໍ່ໂດຍກົງທາງແບບທາງໄກກັບ 57 ກອງບັນຊາການທະຫານປ້ອງກັນຊາຍແດນບັນດາແຂວງ, ປ້ອມປ້ອງກັນຊາຍແດນເຂດຫ່າງໄກສອກຫລີກ, ເຂດທະເລໝູ່ເກາະ..

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕີລາຄາສູງ ແລະ ຍ້ອງຍໍບັນດາຜົນງານຊື່ງກຳລັງທະຫານປ້ອງກັນຊາຍແດນບັນລຸໄດ້ໃນໄລຍະຜ່ານມາ. ໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເຫນີ ກຳລັງທະຫານປ້ອງກັນຊາຍແດນ ສືບຕໍ່ຜັນຂະຫຍາຍບັນດາຄຳສັ່ງ, ມະຕິຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ກ່ຽວກັບຫນ້າທີ່ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຈຸດສຸມແມ່ນມະຕິຂອງສູນກາງພັກຄັ້ງທີ 8 ຊຸດທີ XIII ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃຫມ່. ພ້ອມກັນນັ້ນ ປະຕິບັດບັນດາສົນທິສັນຍາ, ອະນຸສັນຍາ, ສັນຍາ, ຂໍ້ກຳນົດກົດລະບຽບກ່ຽວຂ້ອງເຖິງບັນຫາຊາຍແດນ ຜືນແຜ່ນດິນ, ການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ດ່ານຊາຍແດນທີ່ໄດ້ລົງນາມລະຫວ່າງ ຫວຽດນາມ ແລະ ບັນດາປະເທດບ້ານໃກ້ຄຽງ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ຍູ້​ແຮງ​ການ​ຊອ​ກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ທະ​ຫານ​ ​ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່​ລາວ

ສືບ​ຕໍ່​ຍູ້​ແຮງ​ການ​ຊອ​ກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ທະ​ຫານ​ ​ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່​ລາວ

ລະ​ດູ​ແລ້ງ, 2025 – 2026, ກອງ​ທ້ອນ​ໂຮມ​ຂອງ ຫວຽດ​ນາມ ໄດ້​ຊອກ​ຫາ, ທ້ອນ​ໂຮມ​ອັດ​ທິນັກ​ຮົບ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 173 ຊຸດ.

Top