• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ຫວຽດນາມເວືອງດິ່ງເຫວະເຂົ້າຮ່ວມພິທີປະກາດ Logo, Website ກອງປະຊຸມສະມາຊິກລັດຖະສະພາຫນຸ່ມທົ່ວໂລກຄັ້ງທີ 9

ສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມສະມາຊິກລັດຖະສະພາຫນຸ່ມທົ່ວໂລກຄັ້ງທີ 9 ແຕ່ວັນທີ 14- 17 ກັນຍາປີ 2023 ຢູ່ ນະຄອນຫລວງ ຮ່າໂນ້ຍ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມກັບບັນດາຜູ້ແທນເຂົ້າຮ່ວມພິທີປະກາດ Logo, Website ກອງປະຊຸມສະມາຊິກລັດຖະສະພາຫນຸ່ມທົ່ວໂລກຄັ້ງທີ 9 .ພາບ:quochoi.vn

ຕອນບ່າຍວັນທີ 3 ສິງຫາ, ຢູ່ ຫໍສະພາແຫ່ງຊາດ ໄດ້ດຳເນີນພິທີປະກາດ Logo, Website ກອງປະຊຸມສະມາຊິກລັດຖະສະພາຫນຸ່ມທົ່ວໂລກຄັ້ງທີ 9. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມພິທີ. ກ່າວຄຳເຫັນໃນພິທີປະກາດ, ທ່ານບູ່ຍວັນເກື່ອງ ເລຂານຸການ, ຫົວຫນ້າຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມສະມາຊິກລັດຖະສະພາຫນຸ່ມທົ່ວໂລກຄັ້ງທີ 9 ແຕ່ວັນທີ 14- 17 ກັນຍາປີ 2023 ຢູ່ ນະຄອນຫລວງ ຮ່າໂນ້ຍ ແມ່ນເຫດການການເມືອງສຳຄັນ. ນີ້ກໍ່ແມ່ນໂອກາດເພື່ອໂຄສະນາພາບພົດຂອງ ຫວຽດນາມເວົ້າລວມ ແລະສະພາແຫ່ງຊາດ ຫວຽດນາມເວົ້າສະເພາະ ມາຍັງ ເພື່ອນມິດສາກົນ.

ດ້ວຍຫົວເລື່ອງ “ບົດບາດຂອງໄວຫນຸ່ມໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຜ່ານການຫັນເປັນດິຈີຕອນ ແລະ ນະວັດຕະກຳ”, ວາລະປະຊຸມຄັ້ງຕ່າງໆຈະປຶກສາຫາລືສຸມໃສ່ເຂົ້າໃນ 3 ເນື້ອໃນ: ການຫັນເປັນດິຈີຕອນ, Startup ແລະ ນະວັດຕະກຳ; ຊຸກຍູ້ການຫັນວັດທະນະທຳເປັນຫລາຍຮູບແບບ ເພື່ອການພັດທະນາແບບຍືນຍົງ.

 Website ຂອງກອງປະຊຸມດັ່ງກ່າວແມ່ນ Nghisitre.Quochoi.vn ແລະ ສະແດງຜ່ານ 2 ພາສາ: ພາສາ ອັງກິດ ແລະ ພາສາ ຫວຽດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top