• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈີນແທງເໝິນ ພົບປະສອງຝ່າຍກັບທ່ານປະທານສະພາສູງ ຍີ່ປຸ່ນ

ນຂອບເຂດການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ, ຕອນບ່າຍວັນທີ 5 ທັນວາ ຢູ່ ນະຄອນຫລວງ ໂຕກຽວ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝິນ ໄດ້ມີການພົບປະສອງຝ່າຍກັບທ່ານ Sekiguchi Masakazu ປະທານສະພາສູງ ຍີ່ປຸ່ນ.
ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈີນແທງເໝິນ ແລະ ທ່ານປະທານສະພາສູງ ຍີ່ປຸ່ນSekiguchi Masakazu. (ພາບ: TTXVN)

ການນຳສອງທ່ານ ໄດ້ເຫັນດີເພີ່ມທະວີການແລກປ່ຽນ, ການພົບປະລະຫວ່າງບັນດາສະມາຊິກລັດຖະສະພາ, ເປັນຕົ້ນແມ່ນສະມາຊິກລັດຖະສະພາຫນຸ່ມ, ສະມາຊິກລັດຖະສະພາຍິງ ລະຫວ່າງສອງປະເທດ. ເສີມຂະຫຍາຍບົດບາດຂົວຕໍ່ສຳຄັນຂອງ ສະຫະພັນສະມາຊິກລັດຖະສະພາມິດຕະພາບ ໃນການຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືວິສາຫະກິດ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ; ສືບຕໍ່ຊຸກຍູ້ການແລກປ່ຽນ, ແບ່ງປັນບົດຮຽນລະຫວ່າງບັນດາກຳມາທິການວິຊາສະເພາະ; ສົມທົບປັບປຸງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ສ້າງກອບນິຕິກຳຫນູນຊ່ວຍວິສາຫະກິດສອງປະເທດ ເປີດກວ້າງການຮ່ວມມື, ລົງທຶນຢູ່ແຕ່ລະປະເທດ.

ສອງຝ່າຍເຫັນດີເພີ່ມທະວີການສົມທົບກັນ ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນ ຢູ່ບັນດາເວທີປາໄສ, ກົນໄກຫລາຍຝ່າຍຄື ອາຊຽນ, ສປຊ..

ສິ້ນສຸດການພົບປະສອງຝ່າຍ, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມື ລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ  ສະພາສູງ ຍີ່ປຸ່ນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທີ່ກອງປະຊຸມ, ໜ່ວຍປະຕິບັດງານຄວາມໝັ້ນຄົງດ້ານພະລັງງານ ໄດ້ຍົກອອກແຜນການຮັກສາຄວາມເປັນປົກກະຕິ ແລະ ຄວບຄຸມສະພາບນ້ຳມັນໃນເດືອນ ມີນາ, ກະກຽມແຜນການໃຫ້ແກ່ຊຸມເດືອນຕໍ່ໄປ.

Top