• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາທິດສະດີສູນກາງ ອວຍພອນວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ

ຕອນບ່າຍວັນທີ 18 ມິຖຸນາ, ຢູ່ຮ່່າໂນ້ຍ, ທ່ານ ຫງວຽນຊວັນທັ໊ງ, ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ, ຜູ້ອໍານວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ໄປອວຍພອນ ວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີ ແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21/6/1925 – 21/6/2019).

ທ່ານ ຫງວຽນເຖ໊ກີ໋ ຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມກ່າວຄໍາເຫັນທີ່ການພົບປະ 

ທ່ານ ຫງວຽນຊວັນທັ໊ງ ຢັ້ງຢືນວ່າ ວິທະຍຸກະຈາຍສຽງຫວຽດນາມ ໄດ້ມີການປະກອບສ່ວນສໍາຄັນເຂົ້າໃນວຽກງານໂຄສະນາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ; ໃຫ້ຂ່າວກ່ຽວກັບສະພາບການພາຍໃນປະເທດ ແລະ ສາກົນ, ສ່ອງແສງທຸກດ້ານຂອງຊີວິດສັງຄົມໄດ້ຢ່າງຄົບຖ້ວນ ແລະ ທັນການ; ປະຕິເສດບັນດາຖ້ອຍທໍານອງເສກສັນປັ້ນແຕ່ງ, ຜິດພາດ, ຫຍໍ້ທໍ້; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕໍ້ສູ້ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ; ປົກປັກຮັກສາອະທິປະໄຕຂອງປະເທດຊາດ, ໂຄສະນາເຜີຍແຜ່ວຽກງານການຕ່າງປະເທດ. ພິເສດ, ວິທະຍຸກະຈາຍສຽງຫວຽດນາມ ຍາມໃດກໍຮັບຟັງທັດສະນະຂອງປະຊາຊົນ, ຮັບເອົາຄໍາເຫັນຈາກຮາກຖານ, ໂຄສະນາໃນຫຼາຍຂົງເຂດ. ທ່ານ ຫງວຽນຊວັນທັ໊ງ ປາດຖະໜາວ່າ ວິທະຍຸກະຈາຍສຽງຫວຽດນາມ ຈະສືບຕໍ່ປະຕິບັດໜ້າທີ່ກໍານົດທິດຂໍ້ມູນຂ່າວສານໃຫ້ດີກວ່າອີກ, ແມ່ນຂົວເຊື່ອມຕໍ່ລະຫວ່າງພັກ, ລັດ ແລະ ປະຊາຊົນ.

        ຕາງໜ້າການນໍາ ວິທະຍຸກະຈາຍສຽງຫວຽດນາມ, ທ່ານ ຫງວຽນເຖ໊ກີ໋ ຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ ປັດຈຸບັນ, ວິທະຍຸກະຈາຍສຽງຫວຽດນາມ ພວມປ່ຽນແປງໃໝ່ເນື້ອໃນບັນດາລາຍການກະຈາຍສຽງ ແລະ ໂທລະພາບຢ່າງຕໍ່ເນື່ອງ, ເປີດກວ້າງເນື້ອທີ່ກະຈາຍຄື້ນ ເພື່ອຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂ່າວສານໃຫ້ແກ່ປະຊາຊົນໄດ້ເປັນຢ່າງດີກວ່າ. ຜ່ານນັ້ນ ປະຕິບັດໜ້າທີ່ເປັນຊ່ອງຂໍ້ມູນຂ່າວສານທີ່ສໍາຄັນຂອງລັດໄດ້ເປັນຢ່າງດີ, ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາປະເທດຊາດ, ປົກປ້ອງລະບອບ, ປົກປ້ອງຜົນປະໂຫຍດແຫ່ງຊາດ, ປົກປັກຮັກສາສິດ ແລະ ຜົນປະໂຫນດອັນຖືກຕ້ອງຕາມກົດໝາຍຂອງປະຊາຊົນ ແລະ ພັດທະນາເສດຖະກິດ - ສັງຄົມ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ, ຜູ້ວ່າການ, ຜູ້ຕາງໜ້າປະຈຳການ ຫວຽດນາມ ປະຈຳ IAEA, ຢັ້ງຢືນ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການສະໜັບສະໜູນການຕ້ານການເຜີຍແຜ່, ມຸ່ງໄປເຖິງການລົບລ້າງອາວຸດນິວເຄຼຍ ຢ່າງສີ້ນເຊີງ.

Top