• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມລາຍການ “ລະດູບານໃໝ່ເຂດຊາຍແດນນຳຄວາມອົບອຸ່ນມາໃຫ້ຊາວບ້ານ” ປີ 2025

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ຕີລາຄາສູງເລື່ອງພະນັກງານ, ນັກຮົບປ້ອງກັນຊາຍແດນໄດ້ ແລະ ພວມສົມທົບກັນຢ່າງແໜ້ນແຟ້ນກັບທຸກຂັ້ນ, ທຸກຂະແໜງການ, ອຳນາດການປົກຄອງທ້ອງຖິ່ນ ເບິ່ງແຍງດູແລບຸນເຕັດໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ.
(ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເຂົ້າຮ່ວມລາຍການ)

ຕອນຄ່ຳວັນທີ 09 ມັງກອນ, ຢູ່ຕາແສງ ປາເຕີນ, ເມືອງ ຊິນໂຮ່, ແຂວງ ລາຍເຈົາ, ກອງບັນຊາການທະຫານເຂດຊາຍແດນ ສົມທົບກັບຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ລາຍເຈົາ, ຈັດລາຍການ “ລະດູບານໃໝ່ເຂດຊາຍແດນນຳຄວາມອົບອຸ່ນມາໃຫ້ຊາວບ້ານ” ປີ 2025.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ລາຍການ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ຕີລາຄາສູງເລື່ອງພະນັກງານ, ນັກຮົບປ້ອງກັນຊາຍແດນໄດ້ ແລະ ພວມສົມທົບກັນຢ່າງແໜ້ນແຟ້ນກັບທຸກຂັ້ນ, ທຸກຂະແໜງການ, ອຳນາດການປົກຄອງທ້ອງຖິ່ນ ເບິ່ງແຍງດູແລບຸນເຕັດໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ; ທ່ານຢືນຢັນວ່າ, ນີ້ແມ່ນວຽກງານສະແດງໃຫ້ເຫັນຈິດໃຈ, ໜ້າທີ່ຄວາມຮັບຜິດຊອບ, ມູນເຊື້ອອຸ້ມຊູຊ່ວຍເຫຼືອຊຶ່ງກັນແລະກັນຂອງຊາດ ແລະ ຄຸນນະທາດອັນດີງາມຂອງກອງທັບປະຊາຊົນ ຫວຽດນາມ. ທ່ານປະທານປະເທດ ເລືອງເກື່ອງ, ເນັ້ນໜັກວ່າ:

        “ລາຍການນີ້ຈັດຂຶ້ນດ້ວຍການເຄື່ອນໄຫວລະອຽດ, ມີຄວາມໝາຍຫຼາຍຢ່າງ, ໃກ້ຊິດກັບພໍ່ແມ່ປະຊາຊົນເຜົ່າສ່ວນນ້ອຍ. ບັນດາໂຕງົວພັນ, ຂອງຂວັນ, ເຂົ້າຕົ້ມ, ມອບທຶນການສຶກສາໃຫ້ແກ່ນັກຮຽນຜ່ານຜ່າຄວາມທຸກຍາກ, ໜູນຊ່ວຍເຮືອນຢູ່ 400 ຫຼັງ... ທີ່ລາຍການມອບໃນມື້ນີ້, ບໍ່ພຽງແຕ່ແມ່ນຂອງຂວັນທາງດ້ານວັດຖຸເທົ່ານັ້ນ, ຫາກຍັງແມ່ນການລະດົມກຳລັງໃຈຢ່າງໃຫຍ່ຫຼວງ, ຊ່ວຍໃຫ້ຄອບຄົວທຸກຍາກຢູ່ເຂດຊາຍແດນ ພ້ອມກັບກອງທັບ - ປະຊາຊົນໃນທົ່ວປະເທດໄດ້ຕ້ອນຮັບບຸນເຕັດຂອງຊາດດ້ວຍຄວາມອົບອຸ່ນ, ເບີກບານມ່ວນຊື່ນ ແລະ ມີຄວາມຜາສຸກຫຼາຍກວ່າ”.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເລືອງເກື່ອງ ກໍ່ໄດ້ມອບເຮືອນຢູ່ແຫ່ງຄວາມອົບອຸ່ນເຂດຊາຍແດນ 200 ຫຼັງໃຫ້ແກ່ພໍ່ແມ່ຊາວເຜົ່າຢູ່ເຂດຊາຍແດນແຂວງ ລາຍເຈົາ ແລະ ມອບຂອບຂວັນ 11 ພູດໃຫ້ແກ່ບັນດາຄອບຄົວນະໂຍບາຍ.

(ແຫຼ່ງຄັດຈາກ VOV)

ມີບໍລິສັດການບິນ ອິດສະຣາແອັນ ອີກ 1 ບໍລິສັດ ປະກາດເປີດສາຍການບິນໂດຍກົງມາຍັງ ຮ່າໂນ້ຍ

ມີບໍລິສັດການບິນ ອິດສະຣາແອັນ ອີກ 1 ບໍລິສັດ ປະກາດເປີດສາຍການບິນໂດຍກົງມາຍັງ ຮ່າໂນ້ຍ

ບໍລິສັດການບິນແຫ່ງຊາດ ອິດສະຣາແອັນ (El Al Israel Airlines) ຫາກໍ່ແຈ້ງແຜນການເປີດ 9 ຖ້ຽວການບິນໃໝ່ໃນແຜນການຂະຫຍາຍຖ້ຽວການບິນທີ່ຈະມາເຖິງ.

Top