• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເລືອງເກື່ອງ ວາງພວງມາລາອາໄລຫາປະທານ ໂຮ່ຈີມິນ ຢູ່ ຈີເລ

ທ່ານປະທານປະເທດ ເລືອງເກື່ອງ ໄດ້ ຂອບໃຈປະຊາຊົນ ຈີເລ, ພິເສດແມ່ນປະຊາຊົນເມືອງ Cerro Navia, ທີ່ຍາມໃດກໍ່ຮັກສາສວນສາທາລະນະ ໂຮ່ຈີມິນ ຄືດັ່ງສັນຍາລັກໃຫ້ແກ່ນ້ຳໃຈສາມັກຄີ.
ທ່ານປະທານປະເທດ ເລືອງເກື່ອງ ວາງພວງມາລາຢູ່ອະນຸສາວະລີປະທານ ໂຮ່ຈີມິນ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມສ.ຈີເລ ຢ່າງເປັນທາງການ, ວັນທີ 10 ພະຈິກ (ຕາມເວລາທ້ອງຖິ່ນ) ທ່ານປະທານປະເທດ ເລືອງເກື່ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ວາງພວງມາລາຢູ່ອະນຸສາວະລີປະທານ ໂຮ່ຈີມິນ ໃນສວນສາທາລະນະທີ່ໃສ່ຊື່ປະທານ ໂຮ່ຈີມິນ, ຢູ່ນະຄອນຫຼວງ Santiago de Chile. ພ້ອມກັນເຂົ້າຮ່ວມມີທ່ານນາງ Michelle Bachellet, ອະດີດປະທານາທິບໍດີ ຈີເລ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ໄດ້ ຂອບໃຈປະຊາຊົນ ຈີເລ, ພິເສດແມ່ນປະຊາຊົນເມືອງ Cerro Navia, ທີ່ຍາມໃດກໍ່ຮັກສາສວນສາທາລະນະ ໂຮ່ຈີມິນ ຄືດັ່ງສັນຍາລັກໃຫ້ແກ່ນ້ຳໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມືພິເສດລະຫວ່າງປະຊາຊົນ 2 ປະເທດ.

        ສ່ວນທ່ານນາງ Michelle Bachellet, ອະດີດປະທານາທິບໍດີກໍ່ຢືນຢັນວ່າ, ການພົວພັນຂອງຄະນະຜູ້ແທນ ຫວຽດນາມ ກັບປະຊາຊົນເມືອງ Cerro Navia ບໍ່ພຽງແຕ່ແມ່ນສັນຍາລັກຂອງສາຍພົວພັນມິດຕະພາບໃນຕະຫຼອດຫຼາຍປີຜ່ານມາເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອເປີດອອກບັນດາທິດທາງໃໝ່ຢ່າງຮອບດ້ານ ແລະ ເລິກເຊິ່ງລະຫວ່າງ 2 ປະເທດກວ່າອີກ.

        ເນື່ອງໃນໂອກາດນີ້, ຕອນຄ່ຳວັນດຽວກັນ, ທ່ານປະທານປະເທດ ເລືອງເກື່ອງ ກໍ່ໄດ້ໄປຢ້ຽມຢາມເຮືອນທ່ານອະດີດປະທານາທິບໍດີ ຈເລ Salvador Allende, ເຊິ່ງແມ່ນເພື່ອນຜູ້ຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ ແລະ ປະຊາຊົນ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານ ເຈິ່ນ ແທງເໝີ້ນ: ອາຊຽນ ຕ້ອງຖືປະຊາຊົນເປັນໃຈກາງໃນທຸກການຕັດສິນຂອງລັດຖະສະພາ

ທ່ານ ເຈິ່ນ ແທງເໝີ້ນ: “ອາຊຽນ ຕ້ອງຖືປະຊາຊົນເປັນໃຈກາງໃນທຸກການຕັດສິນຂອງລັດຖະສະພາ”

ກອງປະຊຸມໃຫຍ່ AIPA ຄັ້ງທີ 47, ພາຍໃຕ້ຫົວຂໍ້ ລັດຖະສະພາຮັບປະກັນໃຫ້ ອາຊຽນ ມີສັນຕິພາບ, ວັດທະນະຖາວອນ ແລະ ຖືປະຊາຊົນເປັນໃຈກາງ" ເປັນການສົມທົບກັນຢ່າງແຮງ, ການຮ່ວມເດີນທາງຂອງບັນດາອົງການນິຕິບັນຍັດໃນການປະຕິບັດການຫັນຄວາມຄາດຫວັງໃຫ້ປະກົດຜົນເປັນຈິງ

Top