• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວໍວັນເຖືອງ ອວຍພອນບຸນເຕັດປະຊາຊົນ ແລະ ທະຫານຊາຍແດນຢູ່ແຂວງ ເງະອານ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນເມືອງ ແທັງເຈືອງ, ແຂວງ ເງະອານ
ທ່ານປະທານປະເທດ ຫວໍວັນເຖືອງ ໄປຢ້ຽມຢາມ, ອວຍພອນບຸນເຕັດຢູ່ປ້ອມປ້ອງກັນດ່ານຊາຍແດນ ແທັງຖຸຍ (ພາບ: TTXVN)

ຕອນເຊົ້າວັນທີ 17 ມັງກອນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນເມືອງ ແທັງເຈືອງ, ແຂວງ ເງະອານ ແລະ ທະຫານຊາຍແດນຢູ່ປ້ອມປ້ອງກັນຊາຍແດນດ່ານຊາຍແດນ ແທັງຖຸຍ.

ໂດຍໄດ້ສົ່ງຄຳອວຍພອນບຸນເຕັດເຖິງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າເມືອງ ແທັງເຈືອງ, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ, ເຖິງວ່າແມ່ນບໍລິເວນປະສົບກັບຄວາມຫຍຸ້ງຍາກ, ແຕ່ດ້ວຍຄວາມສາມັກຄີ, ຄວາມມານະພະຍາຍາມ, ເມືອງ ແທັງເຈືອງ ກໍ່ບັນລຸໄດ້ການຫັນປ່ຽນຢ່າງ ຕັ້ງໜ້າຫຼາຍຢ່າງທາງດ້ານເສດຖະກິດ- ສັງຄົມ, ໃນນັ້ນ, ອັດຕາຄອບຄົວທຸກຍາກຂອງເມືອງຍັງເຫຼືອພຽງ 3,4%, ຄອບຄົບໃກ້ຂັ້ນທຸກຍາກແມ່ນ 5,7%, ຕ່ຳກວ່າລະດັບສະເລ່ຍຂອງແຂວງ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ, ຜູ້ທຸກຍາກ, ກຳມະກອນ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ຫວໍວັນເຖືອງ ກໍ່ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດຢູ່ປ້ອມປ້ອງກັນດ່ານຊາຍແດນ ແທັງຖຸຍ, ທ່ານປະທານປະເທດ ໄດ້ຕີລາຄາສູງບັນດາພະນັກງານ, ນັກຮົບທີ່ມີຄວາມສາມັກຄີກັນ, ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ການເມືອງໄດ້ເປັນຢ່າງດີ, ຮັກສາເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາກັບປະເທດ ສປປ.ລາວ.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ທ່ານນາຍົກລັຖະມົນຕີ ໄດ້ພ້ອມກັບບັນດາກະຊວງ, ຂະແໜງການ ຕອບຫຼາຍຄຳຖາມຂອງພໍ່ແມ່ຊາວກະສິກອນໂດຍກົງ, ເຊິ່ງກ່ຽວຂ້ອງເຖິງບັນດາບັນຫາ.

Top