• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ຕ້ອນຮັບຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກຄອມມູນິດຈີນ

ກ່າວຄຳເຫັນໃນການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະ; ນີ້ເປັນການເຄື່ອນໄຫວແລກປ່ຽນຂັ້ນສູງທຳອິດ ລະຫວ່າງສອງພັກ, ສອງລັດ ຫວຽດນາມ-ຈີນ ໃນປີ 2024.
ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ຕ້ອນຮັບຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກຄອມມູນິດຈີນ (ພາບ:TTXVN)

ວັນທີ 11 ມັງກອນ, ທີ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ໄດ້ໃຫ້ການຕ້ອນຮັບ ທ່ານເລຂາຄະນະເລຂາທິການ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ຫຼີຊູໂລຍ ແລະ ຄະນະຜູ້ແທນພັກຄອມມູນິດຈີນທີ່ພວມຢ້ຽມຢາມ ແລະ ເຮັດວຽກທີ່ ຫວຽດນາມ.   

ກ່າວຄຳເຫັນໃນການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະ; ນີ້ເປັນການເຄື່ອນໄຫວແລກປ່ຽນຂັ້ນສູງທຳອິດ ລະຫວ່າງສອງພັກ, ສອງລັດ ຫວຽດນາມ-ຈີນ ໃນປີ 2024, ແນໃສ່ເຮັດໃຫ້ຄວາມຮັບຮູ້ລວມທີ່ຄວາມສຳຄັນ  ລະຫວ່າງ ສອງເລຂາທິການໃຫ່ຍຂອງສອງພັກເປັນອັນລະອຽດ, ພິເສດການມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງ ທ່ານເລຂາທິການໃຫ່ຍພັກຄອມມູນິດຈີນ ສີຈີ້ນຜີງ ແລະ ພັນລະຍາ ທີ່ຜ່ານມາແມ່ນໄດ້ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ. ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ຖືວ່າ: ສອງຝ່າຍຄວນເສີມຂະຫຍາຍມູນເຊື້ອອັນດີງາມ, ພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ-ຈີນໃຫ້ຫຼາຍທີ່ສຸດ; ເພີ່ມທະວີການພົບປະ, ແລກປ່ຽນ ລະຫວ່າງການນຳຂັ້ນສູງ ແລະ ຂັ້ນຕ່າງໆຂອງສອງພັກ, ສອງລັດ.   

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ທ່ານ ຫຼີຊູໂລຍ ຕີລາຄາສູງບັນດາຄຳເຫັນຂອງທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ຕໍ່ກັບວຽກງານເສີມຂະຫຍາຍການຮ່ວມມືລະຫວ່າງ ສອງພັກ, ສອງລັດ; ຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ-ຈີນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top