• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຍ້ອງຍໍຊົມເຊີຍບັນດາອົງການສື່ມວນຊົນໃນແນວຮົບປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

      ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ໃນຕະຫຼອດໄລຍະ 1 ປີເຄິ່ງທີ່ຜ່ານມາ, ນັບແຕ່ເວລາໂລກລະບາດໂຄວິດ - 19 ເກີດຂຶ້ນ, ຜ່ານໜັງສືພິມ, ບັນດາລາຍການຂ່າວໂທລະພາບ ແລະ ກະຈາຍສຽງ, ບັນດາການນຳພັກ, ລັດ ແລະ ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ ລ້ວນແຕ່ເຫັນແຈ້ງບົດບາດທີ່ສຳຄັນ, ແລະຂາດບໍ່ໄດ້ຂອງສື່ມວນຊົນໃນແນວຮົບປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)
      ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສື່ມວນຊົນການປະຕິວັດ ຫວຽດນາມ  (ວັນທີ 21 ມິຖຸນາ 1925 – 21 ມິຖຸນາ 2021), ເມື່ອຕອບສຳພາດຕໍ່ນັກຂ່າວ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຍ້ອງຍໍຊົມເຊີຍບັນດາອົງການສື່ມວນຊົນ, ນັກຂ່າວທີ່ເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
            ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ໃນຕະຫຼອດໄລຍະ 1 ປີເຄິ່ງທີ່ຜ່ານມາ, ນັບແຕ່ເວລາໂລກລະບາດໂຄວິດ - 19 ເກີດຂຶ້ນ, ຜ່ານໜັງສືພິມ, ບັນດາລາຍການຂ່າວໂທລະພາບ ແລະ ກະຈາຍສຽງ, ບັນດາການນຳພັກ, ລັດ ແລະ ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ ລ້ວນແຕ່ເຫັນແຈ້ງບົດບາດທີ່ສຳຄັນ, ແລະຂາດບໍ່ໄດ້ຂອງສື່ມວນຊົນໃນແນວຮົບປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້. ບັນດານັກຂ່າວຂອງບັນດາອົງການສື່ມວນຊົນ ບໍ່ພຽງແຕ່ໄດ້ຖ່າຍທອດບັນດາການຊີ້ນຳ, ລັດຖະນະໂຍບາຍຂອງພັກ, ລັດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງຊັດເຈັນ, ໄວວາ, ທັນການເທົ່ານັ້ນ ຫາກຍັງຍອມຮັບຄວາມສ່ຽງເພື່ອມີໜ້າຢູ່ບັນດາແນວໜ້າປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ເຂດຊາຍແດນ, ບັນດາເຂດແຍກຕົວ ແລະ ບັນດາຈຸດໃຈກາງຂອງໂລກລະບາດຄື ດ່ານັ້ງ, ຫ໋າຍເຢືອງ, ບັກຢາງ, ນະຄອນໂຮ່ຈີມິນ… ເພື່ອສ່ອງແສງສະພາບການຢູ່ເຂດເກີດໂລກລະບາດໄດ້ຢ່າງທັນການ. 
(ແຫຼ່ງຄັດຈາກ VOV)

ຫົວໜ້າກົມໃຫຍ່ການເມືອງກອງທັບ ປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ຫົວໜ້າກົມໃຫຍ່ການເມືອງກອງທັບ ປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ສືບຕໍ່ສຸມໃສ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍວຽກງານການໂຄສະນາ, ສຶກສາອົບຮົບທາງດ້ານປະຫວັດສາດ, ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ກອງທັບປະຊາຊົນສອງປະເທດໃຫ້ມີປະສິດທິຜົນ.

Top